ອອນລາຍມາແຮງ ແຊງໜ້າສື່ສິ່ງພິມ

ໂຄສະນາເທິງສື່ໂຊຊຽວມີເດຍກາຍເປັນທີ່ນິຍົມຂອງນັກການຕະຫລາດ ໂດຍໃນປີ 2019 ນີ້ ມີການເຕີບໂຕເພີ່ມຂຶ້ນເຖິງ 20% ແລະ ຄິດເປັນ 13% ຂອງການໃຊ້ຈ່າຍໃນສື່ທັງໝົດ
ຕາມລາຍງານຈາກ Zenith Media’s Advertising Expenditure Forecasts ເຜີຍວ່າງົບປະມານການໂຄສະນາເທິງສື່ໂຊຊຽວມີເດຍ ບໍ່ວ່າຈະເປັນ Facebook, Twitter ແລະ Instagram ມີການໃຊ້ຈ່າຍສູງກວ່າສື່ສິ່ງພິມ ໂດຍເຕີບໂຕເຖິງ 20% ໃນປີ 2019 ໂດຍຄິດເປັນມູນຄ່າ 84,000 ລ້ານດອນລາສະຫາລັດ ຂະນະທີ່ງົບໂຄສະນາເທິງໃນໜັງສື່ພິມ ແລະ ວາລະສານຕ່າງໆ ລຸດລົງ 6% ໂດຍຄິດເປັນມູນຄ່າ 69,000 ລ້ານສະຫະລັດ
Matt James ປະທານ Zenith ກ່າວວ່າ ໂຄສະນາຂອງສື່ໂຊຊຽວມີເດຍສ້າງໂອກາດໃຫ້ແບຣນມີການເຕີບໂຕຜ່ານເຄື່ອງມືຕ່າງໆ ເພື່ອເພີ່ມປະສິດທິພາບໃຫ້ກັບແຄມເປນຊຶ່ງເປັນວັດຖຸປະສົງສຳຄັນຂອງທຸລະກິດ



ການໂຄສະນາເທິງສື່ໂຊຊຽວມີເດຍຈະເຮັດໃຫ້ເຈົ້າຂອງແບຣນສາມາດເຂົ້າເຖິງກຸ່ມຜູ້ບໍລິໂພກໄດ້ຕົງເປົ້າໝາຍ ໂດຍໂຄສະນາໃນອິນເຕີເນັດຄິດເປັນ 52% ຂອງການໃຊ້ຈ່າຍທົ່ວໂລກ ເຕີບໂຕຈາກປີ 2018 ທີ່ຄ່າໃຊ້ຈ່າຍຄິດເປັນ 44%
ດ້ານ Henry Daglish ຜູ້ກໍ່ຕັ້ງ Bountiful Cow ກ່າວວ່າ ບໍ່ມີຫຍັງຕ້ອງປະຫລາດໃຈ ເນື່ອງຈາກເຮົາເຫັນການປ່ຽນແປງທີ່ສື່ເກົ່າຈະພ່າຍແພ້ໃຫ້ກັບສື່ໃໝ່ ແຕ່ກໍບໍ່ຄວນປະມາດເພາະສື່ເກົ່າຫລາຍລາຍກໍຜັນຕົວເອງມາເປັນສື່ໃໝ່ ເພື່ອຄວາມຢູ່ລອດຂອງທຸລະກິດ