4 ວິທີການນຳສະເໜີຜົນງານທີ່ດີ ແລະ ດຶງດູດໃຈຜູ້ຟັງ
        ເຄີຍບໍທີ່ເວລາເຮົາເປັນຜູ້ເວົ້າ ຫຼື ນຳສະເໜີງານຕ່າງໆ ແລ້ວບໍ່ໄດ້ຮັບຄວາມສົນໃຈຈາກຜູ້ຟັງ? ເຮົາຈະຮູ້ສຶກຢ່າງໃດທີ່ຜູ້ຟັງບໍ່ສົນໃຈສິ່ງທີ່ເຮົາກຳລັງນຳສະເໜີ ອາດຈະເປັນເພາະເນື້ອຫາໜ້າເບື່ອເກີນໄປ ສາເຫດທີ່ແທ້ຈິງແລ້ວຄືການຕຽມຕົວ ແລະ ການໂນ້ມນ້າວຜູ້ຟັງຂາດປະສິດທິພາບຕ່າງຫາກນີ້ຄື 4 ວິທີສຳລັບການຕຽມການນໍາສະເໜີງານ


1. ຕ້ອງນຳສະເໜີງານຢ່າງມີເປົ້າໝາຍ ການນຳສະເໜີຜົນງານທີ່ດີນັ້ນ ຈະຕ້ອງສະຫລຸບສາລະສຳຄັນຂອງສິ່ງທີ່ຈະນຳສະເໜີ ແລະກຳນົດຂອບເຂດຂອງການນຳສະເໜີໃຫ້ຊັດເຈນ ເພາະຫາກປາດສະຈາກເປົ້າໝາຍແລ້ວ ຜູ້ຟັງຈະຮູ້ສຶກວ່າມາຟັງເພື່ອຫຍັງ? ເຮັດໃຫ້ເກີດຜົນເສຍທັງຜູ້ເວົ້າ ແລະ ຜູ້ຟັງ
2. ຕ້ອງມີຫລັກຖານ ຫລື ຂໍ້ເທັດຈິງທີ່ຊັດເຈນ ເພື່ອພິສູດວ່າປະເດັນ ແລະ ເລື່ອງລາວທີ່ນຳສະເໜີນະນັ້ນເປັນຂໍ້ເທັດຈິງ ສາມາດພິສູດໄດ້
3. ຕ້ອງສ້າງສະຖານນະການເພື່ອດຶງດູດຄວາມສົນໃຈຂອງຜູ້ຟັງ
4. ຕ້ອງຕຽມຕົວສຳລັບຄຳຖາມ ຫລື ຂໍ້ໂຕ້ແຍ້ງ ຫລັງຈາກນຳສະເໜີງານມັກເກີດຂໍ້ສົງໄສຈາກຜູ້ຟັງແຕ່ຫາກເຮົາຕຽມຕົວດີນຳສະເໜີໃຫ້ຜູ້ຟັງເຂົ້າໃຈ ມັກຈະບໍ່ເກີດຂໍ້ສົງໄສ ຫລື ຄຳຖາມຫລັງການນຳສະເໜີງານ
ຕົວຢ່າງ: ວາທະເດັດຂອງ Warren Buffett ເຈົ້າສາມາດມີຄວາມຮອບຮູ້ທຸກຢ່າງໃນໂລກໄດ້ ແຕ່ເຈົ້າຕ້ອງສາມາດຖ່າຍທອດອອກມາໃຫ້ໄດ້ເຊັ່ນກັນ ນອກຈາກນີ້ Warren Buffett ໄດ້ເຄີຍເວົ້າຫລາຍເທື່ອເຖິງຄວາມສຳຄັນຂອງການສື່ສານວ່າ ເຖິງແມ່ນວ່າຈະມີໄອເດຍດີປານໃດກໍ່ຕາມ ຖ້າບໍ່ສາມາດສື່ສານອອກມາໄດ້ຢ່າງຖືກຕ້ອງ ກໍບໍ່ສາມາດສ້າງແຮງຈູງໃຈໃຫ້ຄົນຟັງໄດ້ເຊັ່ນກັນ

         ການນຳສະເໜີງານເປັນສິ່ງທີ່ງ່າຍ ແຕ່ມັກຈະບໍ່ໜ້າສົນໃຈ ເພາະບາງຄົນໃຊ້ເວລາຍາວນານໃນການນຳສະເໜີງານແລະບໍ່ສາມາດຈູງໃຈໃຜໄດ້ເລີຍ ເພາະມັນອາດຈະຊັບຊ້ອນເກີນໄປຫລືອາດຈະຕຽມຕົວບໍ່ດີບ ໃນກໍລະນີທີ່ບໍ່ມີໃຜສົນໃຈໃນສິ່ງທີ່ເຈົ້າເວົ້າ ເຈົ້າຈຳເປັນຈະເຮັດຕ້ອງເຮັດໃຫ້ຜູ້ຟັງສົນໃຈໃນການນຳສະເໜີງານຂອງເຈົ້າ ຜູ້ຟັງມາຟັງການນຳສະເໜີງານເພື່ອນຳໄປໃຊ້ປະໂຫຍດກັບຕົວພວກເຂົາເອງ ດັ່ງນັ້ນເຈົ້າຈຳເປັນຈະຕ້ອງຖາມຕົວເອງວ່າ ຫຍັງຄືສິ່ງທີ່ຜູ້ຟັງຈະໄດ້ກັບຫລັງຈາກການນຳສະເໜີງານຂອງເຈົ້າ