Bill Gates ເຜີຍທັກສະທີ່ຕ້ອງມີເພື່ອຮອງຮັບຄວາມປ່ຽນແປງຂອງອະນາຄົດປີ 2030
Bill Gates ກັບ​ໄປ​ຢ້ຽມຢາມ​ໂຮງຮຽນ​ມັດ​ຍົມ​ຂອງລາວທີ່ເຄີຍຮຽນ Lakeside School ເພື່ອ​ສະຫລອງ​ຄົບ​ຮອບ 100 ປີ ແລະ Bill Gates ກໍ່ໄດຖຶກຊັກຖາມ ໂດຍຄຳຖາມທີ່ລາວຖຶກໃຫ້ຕອບນັ້ນກໍ່ຄື "ນັກ​ຮຽນ​ທຸກ​ມື້​ນີ້​ຕ້ອງ​ຮູ້​ຫຍັງ​​ເພື່ອ​ທີ່​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ປີ 2030 ແລະ ນີ້​ຄື​ຄຳ​ຕອບ​ຂອງ​ Bill Gates

Bill Gates ເລີ່ມ​ການ​ຕອບ​ຄຳ​ຖາມວ່າ: ບໍ່​ມີ​ໃຜ​ສາມາດ​ທຳນາຍ​ອະນາຄົດ​ໄດ້​ຢ່າງ​ແມ່ນ​ຍຳແຕ່​ພວກເຂົາ​ພໍ​ຈະ​ບອກ​ໄດ້​ວ່າ​ທັກ​ສະ​ໃດ​ທີ່​​ຄິດວ່າ​ຈະ​ເຮັດໃຫ້​ເດັກໆ ມີ​ຄວາມ​ໄດ້​ປຽບ​ສຳລັບ​ການ​ແຂ່ງ​ຂັນ​ໃນ​ອະນາຄົດ ກ່ອນ​ອື່ນ​ທຸກ​ຄົນ​ຄວນ​ຈະ​ຈຳ​ເອົາ​ໄວ້​ໃຫ້​ຂຶ້ນ​ໃຈ​ວ່າ ບໍ່​ມີ​ໃຜ​ແກ່​ເກີນ​ຮຽນເຮົາ​ຕ້ອງ​ປູກ​ຝັງ​ຄວາມ​ຢາກ​ຮູ້​ຢາກ​ເຫັນ​ໃຫ້​ກັບ​ເດັກ​ນັກ​ຮຽນເພາະ​ຍິ່ງ​ນັກຮຽນ​ຄົ້ນ​ຫາ​ຄວາມ​ຮູ້​ຫລາຍ​ເທົ່າ​ໃດ​ພວກ​ພວກເຂົາ​ກໍ່​ຍິ່ງ​ມີ​ຄວາມ​ພ້ອມ​ທີ່​ຈະ​ຮັບ​ມື​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ

Bill Gates ເວົ້າວ່າ: ເດັກ​ສະໄໝ​ນີ້​ມີ​ຕົວ​ຊ່ວຍ​ໃນ​ການ​ຮຽນ​ຮູ້​ຫຼວງຫຼາຍພວກເຂົາ​ສາມາດ​ຫາ​ຄວາມ​ຮູ້​ໄດ້​ຈາກ Broadcast ແລະ​ ການ​ບັນລະຍາຍ​ອອນ​ໄລນ໌​ຈຳນວນ​ມະຫາ​ສານພວກເຂົາ​ຢູ່ໃນ​ຍຸກ​ທີ່​ດີ​ສຳລັບ​ການສຶກສາ​ຫາ​ຄວາມ​ຮູ້ ສ່ວນ​ພື້ນ​ຖານ​ຂອງ​ຄວາມ​ຢາກ​ຮູ້​ຢາກ​ເຫັນ​ຂອງ​ເດັກ​ຄວນ​ຈະ​ຢູ່​ທີ່​ເລື່ອງ​ຂອງ​ປະຫວັດສາດ, ວິທະຍາ​ສາດ ແລະ​ ເສດຖະສາດໃນ​ອະນາຄົດ​ການ​ປ່ຽນ​ແປງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ການ​ເບິ່ງແຍງ​ສຸກຂະພາບ ​ແລະ​ ການ​ປ່ຽນ​ແປງ​ສະພາບ​ພູ​ມ​ອາ​ກາດ​ຈະ​ຕ້ອງ​ມີ​ຄວາມ​ເຂົ້າໃຈ​ໃນ​ເລື່ອງ​ຂອງ​ວິທະຍາ​ສາດ ສ່ວນ​ຄວາມ​ເຂົ້າໃຈ​ໃນ​ສະຖານນະການ​ປະຈຸບັນ​ ແລະ​ເ ຫດການ​ໃນ​ອະ​ດີດ​ຈຳ​ເປັນ​ຕ້ອງ​ຮຽນ​ຮູ້​ເລື່ອງ​ຂອງ​ປະຫວັດສາດ ແລະ​ ເພື່ອ​ໃຫ້​ສາມາດ​ຄາດ​ການ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ​ຕ້ອງ​ມີ​ຄວາມ​ເຂົ້າ​ໃນ​ເສດຖະສາດ

Bill Gates ຍົກ​ຕົວ​ຢ່າງ​​ຕົວລາວ​ເອງ​ເປັນ​ກໍລະນີ​ສຶກ​ສາ ລາວ​ບອກວ່າ​ຕອນ​ທີ່​ຈົບ​ການສຶກສາ​ຈາກ​ບ່ອນນີ້​ໃນ​ປີ 2516 ລາວ​ບໍ່​ຮູ້​ວ່າ​ອະນາຄົດ​ຈະ​ເປັນ​ຢ່າງໃດ ແຕ່​ມີ​ສິ່ງ​ໜຶ່ງ​ທີ່​ Bill Gates ໄດ້​ນຳ​ຕິດ​ຕົວ​ໄປ​ດ້ວຍ ແລະ ສິ່ງ​ນັ້ນ​ເປັນ​ການ​ຕຽມ​ຕົວ​ຂອງ​ລາວ​ໃຫ້​ພ້ອມ​ສຳລັບ​ຄວາມ​ສຳ​ເລັດ​ໃນ​ອະນາຄົດ ສິ່ງ​ນັ້ນ​ຄື "ຄວາມ​ສາມາດ​ໃນ​ການ​ຮຽນ​ຮູ້" ຫລື ເອິ້ນວ່າ: ທັກ​ສະ​ນີ້​ເອງ​ທີ່​ເຮັດໃຫ້ລາວ​ປະ​ສົບ​ຄວາມ​ສຳ​ເລັດ​ກັບ​ການ​ລາ​ອອກຈາກ​ມະຫາວິທະຍາໄລ ແລະ ​ເລີ່ມ​ຕົ້ນ​ກໍ່ຕັ້ງ​ບໍລິສັດ​ໄມ​ໂຄ​ຊອັບ