ຟີ​ເຈີລ໌​ໃໝ່ Google Maps ລາຍ​ງານ​ສາ​ເຫດ​ສະພາບ​ການ​ຈະລາຈອນ ແລະ ແຈ້ງ​ຈຸດ​ກວດ​ຈັບ​ຄວາມ​ໄວ

Google Maps ຕຽມ​ເປີດ​ຟີວ​ເຈີລ໌​ໃໝ່ ລາຍ​ງານ​ສາ​ເຫດ​ສະພາບ​ການ​ຈະລາຈອນ ລວມ​ເຖິງ​ແຈ້ງ​ຈຸດ​ດັກ​ຈັບ​ຄວາມ​ໄວ ເຜີຍ​ໃຊ້​ງານ​ໄດ້​ທັງ​ລະບົບ Android ແລະ iOS
ສື່​ຕ່າງ​ປະເທດ​ລາຍ​ງານ​ຂ່າວ​ວ່າ ແອບ​ພິ​ເຄ​ຊັນ​ຕົວ​ຊ່ວຍ​ການ​ຂັບ​ຂີ່ຍ​ອດ​ນິຍົມ​ຢ່າງ Google Maps ຕຽມ​ເປີດ​ຟີ​ເຈີລ໌​ໃໝ່ ລາຍ​ງານ​ສາ​ເຫດ​ສະພາບ​ການ​ຈະລາຈອນ ລວມ​ເຖິງ​ແຈ້ງ​ຈຸດ​ດັກ​ຈັບ​ຄວາມ​ໄວ


ລາຍ​ງານ​ລະ​ບຸ​ວ່າ Google Maps ຈະ​ນຳ​ຄຸນສົມບັດ​ດັ່ງ​ກ່າວ​ມາ​ຈາກ Waze ແອບ ນຳ​ທາງ​ຍອດ​ນິຍົມ​ໃນ​ສັງ​ກັດ​ທີ່ Google ຊື້​ມາ​ໃນ​ລາ​ຄາ 1.1 ພັນ​ລ້ານ​ດອນ​ລາ​ເມື່ອ 5 ປີ​ກ່ອນ ຊຶ່ງ​ສາມາດ​ບອກ​ລາຍ​ລະອຽດ​ສະພາບ​ການ​ຈະລາຈອນ​ເທິງ​ທ້ອງ​ຖະໜົນເຊັ່ນ: ອຸບັດເຫດ ການ​ຊ່ອມ​ແຊມ​ຖະໜົນ ຫລື​ມີ​ການ​ປິດ​ຊ່ອງ​ທາງ​ການ​ຈະລາຈອນ ແລະ​ທີ່​ສຳຄັນ​ຄື​ລາຍ​ງານ​ຈຸດ​ດັກ​ຈັບ​ຄວາມ​ໄວ​ທີ່​ເຫລົ່າ​ຂາ​ຊິ່ງ​ທຸກ​ຄົນ​ຕ່າງ​ຫວາດ​ຜວາ ຊຶ່ງ​ມີ​ຂໍ້​ມູນ​ກວ່າ 40 ປະເທດ​ທົ່ວ​ໂລກ
ທັງ​ນີ້ Google ລະ​ບຸ​ວ່າ​ຟີ​ເຈີລ໌​ນີ້​ຈະ​ໃຊ້​ງານ​ໄດ້​ທັງ​ລະບົບ Android ແລະ iOS ຊຶ່ງ​ພ້ອມ​ຈະ​ເປີດ​ໃຊ້​ງານ​ພາຍ​ໃນ​ໄວ ແຕ່ຈະເປັນແນວຕໍ່ທາງເຮົາກໍ່ຈະມາອັບເດດໃຫ້ຟັງ.

ຂໍ້ມູນອ້າງອີງ
www.Techcrunch.com
www.edition.cnn.com
www.dailymail.co.uk