ຂໍອະໄພໃນຄວາມບໍ່ສະດວກ ອີງຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 461/ຫສນຍ, ລົງວັນທີ 08 ເມສາ 2020 ວ່າດ້ວຍທິດຊີ້ນຳເພີ່ມເຕີມ ເພື່ອຈັດຕັ້ງຜັນຂະຫຍາຍຄຳສັ່ງຂອງນາຍົກລັດທະມົນຕີ ສະບັບເລກທີ06/ນຍ, ລົງວັນທີ 29 ມີນາ 2020 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ກັນການລະບາດ, ຄວມຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ 19 (COVID-19), ເພື່ອເປັນການປະຕິບັດຕາມຂັ້ນເທິງວາງອອກ ທາງກຸ່ມບໍລິສັດບຸນຍົງກຣຸບຈິ່ງໄດ້ແຈ້ງການປິດຮ້ານຊົ່ວຄາວທຸກສາຂາ. ເລີ່ມແຕ່ວັນທີ 12-19 ເມສາ 2020.