Facebook ຈະເລີ່ມຊອນຍອດ Like ແລ້ວ

Facebook ກຳລັງເລີ່ມປິດບັງຍອດ Like ຢ່າງເປັນທາງການ. ບໍ່ວ່າຈຳນວນຄົນທີ່ກົດ Like ແລະ

ຜູ້ທີ່ເຫັນໂພດຈະຖືກຈຳກັດ ມີພຽງແຕ່ເຈົ້າຂອງໂພດເທົ່ານັ້ນສາມາດເຫັນໄດ.

ຕົວແທນ Facebook ໃຫ້ຂໍ້ມູນກັບ CNET ວ່າ: ພວກເຮົາກຳລັງທົດສອບແບບຈຳກັດຈຳນວນທີ່ Like 

ລວມທັງປະຕິກິລິຍາອື່ນໆ (ຄວາມສຸກ, ໃຈຮ້າຍ, ຄວາມໂສກເສົ້າ) ແລະ ຈຳນວນຄົນທີ່ເບິ່ງວິດີໂອ

ຈະຖືກປັບເປັນສ່ວນຕົວ. ມີແຕ່ເຈົ້າຂອງໂພດເທົ່ານັ້ນທີ່ຈະເຫັນຈຳນວນຍອດວິວ

ລະບົບຊອນຍອດ Like ຖືກນຳໃຊ້ທຳອິດຢູ່ປະເທດອົດສະຕາລີ. ຫລັງຈາກນັ້ນທາງບໍລິສັດຈະຮັບຟັງ 

ຄວາມຄິດເຫັນ ເພື່ອການປັບປຸງໃນຕໍ່ໜ້າ. ແລະ ຫວັງວ່າຈະມອບປະສົບການ, ການໃຊ້ງານໃຫ້ຜູ້ໃຊ້ທີ່ດີທີ່

ສຸດສຳລັບທຸກຄົນ

ໃນເດືອນສິງຫາ ເຟສບຸກໄດ້ໃຫ້ເຫດຜົນໃນການຖອນຕົວເລກອອກຈາກລະບົບສາທາລະນະ. 

(ທຸກຄົນສາມາດເຫັນໄດ້) ເພາະວ່າພວກເຂົາ ຕ້ອງການຫຼຸດຜ່ອນຄວາມກົດດັນຈາກຈຳນວນຕົວເລກ 

ອະນຸຍາດໃຫ້ຜູ້ໃຊ້ສຸມໃສ່ຄຸນນະພາບຂອງເນື້ອຫາຫຼາຍຂື້ນ

Instagram ໄດ້ເລີ່ມຕົ້ນເຊື່ອງການ Like ໃນຫຼາຍປະເທດຕັ້ງແຕ່ເດືອນກໍລະກົດ ລວມທັງອົດສະຕາລີ

ການາດາບາຊິວ, ນິວຊີແລນ, ໄອແລນ, ອີຕາລີ ແລະ ຍີ່ປຸ່ນ.


ເອກະສານອ້າງອີງ: https://cnet.co/2ojt6R5