ແອັບ YouTube ໄດ້ເພີ່ມຄຸນນະພາບວີດີໂອແບບ HDR
ແອັບ YouTube ໄດ້ເພີ່ມຄຸນນະພາບວີດີໂອແບບ HDR 
ສຳລັບ iPhone 11 Pro ແລະ iPhone 11 Pro Max. ອາທິດທີ່ຜ່ານມາຜູ້ໃຊ້ forum MacRumors ໄດ້ປະກາດ ການປ່ຽນແປງທີ່ເກີດຂື້ນຫລັງຈາກການອັບເດດແອັບ App YouTube ເພີ່ມການສະໜັບສະໜູນສຳລັບວິດີໂອ HDR ສຳລັບ iPhone 11 Pro ແລະ iPhone 11 Pro Max ລວມທັງ iPhone 8, 8+ X ແລະ XS

ວິດີໂອທີ່ສະໜັບສະໜູນ HDR  ລະດັບຄວາມຄ່ອງຕົວສູງ ຈະສະແດງໃຫ້ເຫັນຄວາມແຕກຕ່າງລະຫວ່າງສີຂາວ ແລະ ສີດຳ. ຊ່ວຍໃຫ້ສະແດງສົດໃສຂາວຂື້ນ ສະແດງໃຫ້ເຫັນສີເຂັ້ມແລະມີຄວາມຄ່ອງແຄ້ວຍິ່ງຂື້ນກັບ HDR, ມີແຕ່ໃນອຸປະກອນທີ່ເປີດຕົວຕັ້ງແຕ່ປີ 2017  ດ້ວຍໜ້າຈໍ OLED  ບໍ່ລວມ iPhone11, iPhone XR.

ຖ້າອຸປະກອນຂອງທ່ານສະໜັບສະໜູນ HDR, ທ່ານສາມາດ ເລືອກເບິ່ງວິດີໂອ HDR ໂດຍການແຕະສາມຈຸດໃນມຸມຂວາເທິງ ຂອງວິດີໂອແລະຈະສະແດງຕົວເລືອກ HDR ເລືອກເພື່ອເບິ່ງວິດີໂອ ທີ່ມີຄຸນນະພາບໃນຄວາມລະອຽດທີ່ຕ້ອງການ.

ແຫຼ່ງຂໍ້ມູນ: