Paypal ໄດ້ຖອນຕົວອອກຈາກສະມາຄົມ Libra
Paypal ໄດ້ຖອນຕົວອອກຈາກສະມາຄົມ Libra ຂອງ facebook ສື່ຕ່າງປະເທດລາຍງານວ່າ ບໍລິສັດ Paypal ຂອງສະຫະລັດ, ເຊິ່ງສະ ໜອງການບໍລິການຊຳລະເງິນທາງ online, ເປີດເຜີຍວ່າ ບໍລິສັດໄດ້ຕັດສິນໃຈຖອນອອກຈາກສະມາຄົມ Libra ແລ້ວ

ສະມາຄົມ Libra ແມ່ນອົງກອນທີ່ບໍ່ຫວັງຜົນກຳໄລເຊິ່ງປະກອບດ້ວຍສະມາຊິກ 28 ອົງກອນ, ບໍລິສັດ Facebook ໄດ້ສ້າງ Libra ຕັ້ງຂື້ນໃນເດືອນມິຖຸນາ ເພື່ອຄວບຄຸມການພັດທະນາເງິນຕາ Libra
PayPal ບໍ່ໄດ້ລະບຸເຫດຜົນສະເພາະ ສຳລັບການຖອນຕົວອອກຈາກສະມາຄົມ Libra. ໂດຍການລະບຸໃນຖະແຫຼງການວ່າ: ບໍລິສັດຕັດສິນໃຈຍົກເລີກການມີສ່ວນຮ່ວມໃນສະມາຄົມ Libra ໃນເວລານີ້. ເພື່ອສືບຕໍ່ສຸມໃສ່ການພັດທະນາພາລະກິດ ແລະ ຄວາມສຳຄັນຂອງທຸລະກິດ PayPal

PayPal ກ່າວວ່າ ບໍລິສັດຈະສືບຕໍ່ສະໜັບສະໜູນ ການພັດທະນາເງິນຕາ Libra. ແລະ ຫວັງວ່າຈະໄດ້ມີການສົນທະນາກັນຢ່າງຕໍ່ເນື່ອງກ່ຽວກັບວິທີການເຮັດວຽກຮ່ວມກັນໃນອະນາຄົດ ເພາະວ່າເຟສບຸກແມ່ນຄູ່ຮ່ວມມືໄລຍະຍາວແລະ ມີຄຸນຄ່າຕໍ່ PayPal. ສະນັ້ນ, PayPal ຈະສືບຕໍ່ສະໜັບສະໜູນ Facebook ສຳລັບຂີດຄວາມສາມາດໃນດ້ານຕ່າງໆ.
ສື່ມວນຊົນລາຍງານວ່າກ່ອນໜ້າ ນີ້ມີຂ່າວລືວ່າ Visa ແລະ MasterCard ຈະຖອນຕົວອອກຈາກໂຄງການ Libra ແຕ່ໃນທີ່ສຸດກາຍເປັນ PayPal, ເປັນສະມາຊິກຜູ້ທຳອິດທີ່ໄດ້ຖອນຕົວອອກຈາກສະມາຄົມ Libra ຢ່າງເປັນທາງການ