10 ເທກໂນໂລຍີທີ່ຈະເຮັດວຽກໄດ້ໃນ 5G
ຕອນນີ້ເຮົາເລີ່ມເຫັນການເປີດຕົວຂອງສະມາດໂຟນທີ່ພ້ອມສຳລັບການໃຊ້ເຄືອຂ່າຍ 5G ໃນຂະນະທີ່ຕົວເຄືອຂ່າຍເອງຍັງມີບໍລິການໃຫ້ເຫັນຢ່າງຈຳກັດ ຫລາຍຄົນເກີດຄວາມສົງໄສວ່າຈຳເປັນຕ້ອງປ່ຽນໄປໃຊ້ 5G ຫລື ບໍ່ ເພາະຮູ້ແຕ່ວ່າຄວາມໄວເທິງເຄືອຂ່າຍໃໝ່ນີ້ຈະໄວກວ່າເດີມຫລາຍ ເຮົາກໍ່ເລີຍໄປຫາຂໍ້ມູນເພື່ອໄຂຄວາມຂ້ອງໃຈວ່າເທັກໂນໂລຢີຫຍັງ?ທີ່ຈະມາພ້ອມໃນຍຸກ 510 ເທກໂນໂລຍີທີ່ຈະເຮັດວຽກໄດ້ໃນ 5G   
1. ວິດີໂອສະຕີມມິ່ງ 8K: ການທີ່ຈະເບິ່ງວິດີໂອລະດັບ 8K ຕ້ອງໃຊ້ງານເທິງເຄືອຂ່າຍ 5G ເທົ່ານັ້ນ ເພາະວີດີໂອຄວາມລະອຽດສູງຂະໜາດນີ້ ຍາກທີ່ຈະເຮັດວຽກເທິງ 4G ໄດ້.


2. ການດາວນ໌ໂຫລດໄຟຣ໌ ແລະ ເກມຂະໜາດໃຫຍ່: ເຊັ່ນດຽວກັບເລື່ອງຂອງຄຸນນະພາບຂອງວິດີໂອ ການເກັບໄຟຣ໌
ຂະໜາດໃຫຍ່ກໍ່ເຊັ່ນດຽວກັນຕ້ອງມີເຄືອຂ່າຍທີ່ສາມາດຍ້າຍໄຟຣ໌ໃຫຍ່ໆ ໄດ້ໄວພໍຈຶ່ງຈະໃຊ້ງານໄດ້.



3. ເກມອອນໄລນ໌ຄຸນນະພາບລະດັບເທບທີ່ບໍ່ມີຄວາມລ່າຊ້າ: ເກມອອນໄລນ໌ທີ່ນັບມື້ຈະມີລາຍລະອຽດສົມຈິງຫລາຍຍິ່ງຂຶ້ນມັກຈະແລກດ້ວຍຄວາມລ່າຊ້າໃນການຄວບຄຸມ ແລະ  ການສະແດງຜົນ ແຕ່ດ້ວຍຄວາມໄວຂອງ 5G ທຸກຢ່າງຈະເຄື່ອນທີ່ຕອບສະໜອງໄດ້ຢ່າງເຕັມອາລົມ.


4. ສະຕີມມິ່ງເກມແບບ VRການຫລິ້ນເກມແບບ VR ຜ່ານລະບົບເນັດດເວີກແບບເກົ່າແທບຈະເປັນໄປບໍ່ໄດ້ເລີຍ ຫລືຖ້າ ເຮັດໄດ້ກໍ່ຕ້ອງລຸດລາຍລະອຽດຂອງພາບໄປຢ່າງຫລວງຫລາຍ ແຕ່ດ້ວຍ 5G ທຸກຢ່າງຈະຄົມແຈ້ງສົມຈິງຊະນິດທີ່ແຍກບໍ່ອອກມາຂອງຈິງຫລື ຂອງປອມ ໂລກຂອງການຫລິ້ນເກມຈະປ່ຽນໄປ.
5. ການຖ່າຍທອດສົດກິລາ ແລະ ຄອນ ເສີດແບບ VR: ເລືອກທີ່ນັ່ງທີ່ດີທີ່ສຸດສຳລັບການເຊຍທີມທີ່ມັກ ຫລື ສິນລະປິນ  ໃນດວງໃຈໄດ້ທຸກການສະແດງແບບບໍ່ຕ້ອງໄປແຍ່ງທີ່ນັ່ງກັບໃຜ ດ້ວຍເທັກໂນໂລຍີການຖ່າຍຖອດສົດເທິງໂລກ VR ຜ່ານເຄືອຂ່າຍ 5G ເທົ່ານັ້ນ.

ຜົນ​ການ​ຊອກຫາ​ສຳລັບ stream game vr


6. ການສະຕີມເຫດການສົດກາຍເປັນເລື່ອງທຳມະດາ: ດ້ວຍຄວາມໄວ ແລະ ຄວາມສະຖຽນຂອງເຄືອຂ່າຍ 5G ຈະເຮັດໃຫ້ວົງການ TV ປ່ຽນໂສມໜ້າ ໄປສູ່ການຖ່າຍທອດສົດໄດ້ແບບຂາດຂີດຈຳກັດ ເພາະດ້ວຍອຸປະກອນແບບພົກພາກໍ່ສາມາດຖ່າຍທອດສົດກິດຈະກຳຕ່າງໆ ໄດ້ແລ້ວ ບໍ່ຕ້ອງເລືອກວ່າຈະຖ່າຍທອດຫຍັງ ໃນເມື່ອຖ່າຍທອດໄດ້ທຸກຢ່າງ ພ້ອມກັນໝົດ.


ຮູບ​ທີ່​ກ່ຽວ​ຂ້ອງ

7. ການໂທແບບໂຮໂລແກຣມ:  Video Call ເປັນເລື່ອງລ້າຫລັງໄປທັນທີ ເມື່ອເຈີກັບການໂຊແບບໂຮໂລແກຣມ ເຈົ້າຈະ  ຫັນພາບຂອງຄູ່ສົນທະນາໃນຮູບແບບ 3D ເໝືອນຄົນແທ້ ໆ ມາຍືນຢູ່ຕໍ່ໜ້າ ແນ່ນອນວ່າຕ້ອງໃຊ້ 5G ເທົ່ານັ້ນ.

ຮູບ​ທີ່​ກ່ຽວ​ຂ້ອງ

8. ທັນສະໄໝກວ່າຂອງ AR : ໂລກປຽບເໝືອນອີກໜຶ່ງໜ່ວຍຈະຂຶ້ນມາຊ້ອນທັບໂລກປະຈຸບັນໄດ້ຢ່າງແນບສະນິດ ປ້າຍ  ໂຄສະນາຕ່າງໆ ຈະກາຍເປັນແບບສະເພາະຂອງເຈົ້າເມື່ອເບີ່ງຜ່ານແວ່ນຕາຕົວເລືອກຢ່າງທາບອກທາງໄລຍະຫ່າງຈາກທີ່ໝາຍ ຫລື ແມ່ນແຕ່ໂປໂມຊັນສິນຄ້າລຸດລາຄາ ຈະເຂົ້າມາຢູ່ໃນຊີວິດເຈົ້າແບບຫລວງຫລາຍກ່າຍກອງ.
9. ຍານຍົນບໍ່ຕ້ອງໃຊ້ຄົນຂັບ: ການເຮັດວຽກງານຂອງເຊນເຊີຣ໌ຕ່າງໆ ຈະໄວຂຶ້ນ ດີຂຶ້ນປະມວນຜົນໄດ້ຢ່າງວ່ອງໄວ ແລະ ແມ້ນຍຳ ປະສິດທິພາບຂອງຍານຍົນແບບບໍ່ໃຊ້ຄົນຂັບຈະເຂົ້າສູ່ພາວະການເຮັດວຽກງານທີ່ສົມບູນລຸດເລື່ອງຂອງອຸບັດເຫດໄປໄດ້ຢ່າງຫລວງຫລາຍ.

ຜົນ​ການ​ຊອກຫາ​ສຳລັບ ยานยนต์ไร้คนขับ

10. ສະມາດໂຮມ-ສະມາດຊິດຕີ້: ທຸກຢ່າງໃນເຮືອນແລະທຸກຢ່າງໃນເມືອງຈະເຊື່ອມຕໍ່ກັນດ້ວຍເຄືອຂ່າຍ 5G ທີ່ພ້ອມຈະເຮັດໃຫ້ທຸກຢ່າງເຮັດວຽກຮ່ວມກັນແລກປ່ຽນຂໍ້ມູນກັນໄດ້ຢ່າງເຕັມທີ່ການຄວບຄຸມທຸກຢ່າງຈະກາຍເປັນອັດຕະໂນມັດ.
ຮູບ​ທີ່​ກ່ຽວ​ຂ້ອງ

Credit Link ອ້າງອີງຈາກ: https://www.techradar.com/news/10-things-5g-can-do-that-4g-cant