Facebook ອາດຈະບໍ່ແມ່ນ Social Media ຍອດນິຍົມອັນດັບໜຶ່ງອີກຕໍ່ໄປ
Facebook ອາດຈະບໍ່ແມ່ນ Social Media ຍອດນິຍົມອັນດັບໜຶ່ງອີກຕໍ່ໄປ ເມື່ອພົບວ່າຕອນນີ້ບັນດາຄົນລຸ້ນໃໝ່ຂອງສະຫະລັດອາເມລິກາຕ່າງກໍ່ກຳລັງເດີນໜ້າເຂົ້າສູ່ສື່ສັງຄົມອອນໄລນ໌ຕົວອື່ນໆ ທີ່ມີໃຫ້ເລືອກກັນຢ່າງຫລວງຫລາຍ ເມື່ອກຸ່ມຜູ້ບໍລິໂພກຍ້າຍແພດຟອມລ໌ ທຸລະກິດເອງກໍ່ຕ້ອງຕາມເລື່ອງນີ້ໃຫ້ທັນ.

ຜົນຈາກການວິໄຈທີ່ລວບລວມໂດຍ Active Inc. ພົບວ່າການໃຊ້ເວລາເທິງ Facebook ລຸດນ້ອຍລົງໃນຊ່ວງ 2 ປີທີ່ຜ່ານມາ ການສຶກສາລາຍງານວ່າຊາວອາເມລິກາເຄີຍໃຊ້ເວລາຫຼາຍເຖິງ 14 ຊົ່ວໂມງຕໍ່ເດືອນໃນການໃຊ້ງານ Facebook ໃນປີ 2017 ແຕ່ລາຍງານລ່າສຸດໃນປີ 2019 ພົບວ່າຄ່າສະເລ່ຍຂອງການໃຊ້ງານຫລຸດລົງໄປເຫລືອ 9 ຊົ່ວໂມງຕໍ່ເດືອນ ນັ້ນໝາຍເຖິງຈຳນວນການໃຊ້ງານທີ່ລຸດລົງໄປຫລາຍເຖິງ 26%



ນອກຈາກນີ້ການສຳລວດຍັງພົບວ່າຜູ້ໃຊ້ Social Media ໃນສະຫະລັດ  ປະຈຸບັນຢູ່ໃນເຄືອຂ່າຍSocial Media ທີ່ຕ່າງກັນປະມານ 5.8 ເຄືອຂ່າຍ ໂດຍຄາດການວ່າຈຳນວນເຄືອຂ່າຍ Social Media ທີ່ນິຍົມໃຊ້ຈະຫລາຍເຖິງ 10 ຕົວໃນອີກ 4 ປີຂ້າງໜ້າ ໂດຍສະເພາະກຸ່ມຜູ້ໃຊ້ອາຍຸນ້ອຍທີ່ມີອາຍຸລະຫວ່າງ 12-34 ປີ ກຳລັງມຸ້ງໜ້າເຂົ້າສູ່ Social Media ອື່ນໆ ເປັນຕົ້ນແມ່ນ TikTok, Snapchat ແລະ Instagram


ເຖິງວ່າ Facebook ເອງຈະຍັງຄົງໄດ້ຮັບຄວາມນິຍົມຢ່າງຫລາຍໃນກຸ່ມທຸລະກິດຂະໜາດນ້ອຍ ຄອງໃຈດ້ວຍວິທີການຄົ້ນຫາທີ່ງ່າຍ ແລະ ມີປະລິມານຜູ້ໃຊ້ງານຈຳນວນຫລາຍ ເມື່ອສະຖານະການປຽ່ນຫຍັງກໍ່ບໍ່ແນ່ນອນເພາະຈາກຕົວເລກຂອງການໃຊ້ງານທີ່ລຸດລົງ ອາດຈະກຳລັງບອກໄດ້ວ່າຕອນນີ້ມີຄູ່ແຂ່ງໜ້າໃໝ່ເຊັ່ນ: TikTok, Snapchat ແລະ Instagram  ເຊີ່ງ Social Media ເຫລົ່ານີ້ກໍ່ໄດ້ເຜີ່ຍແຜ່ໃຫ້ກຸ່ມຄົນໃຊ້ງານອອກໄປແລ້ວ.


Credit Link