ອົດສະຕາລີກຽມຫັນມາໃຊ້ລະບົບຈົດຈຳໃບໜ້າຢືນຢັນຕົວຕົນແທນໜັງສືຜ່ານແດນ
Sydney Morning Herald (SMH), ບໍລິສັດຍັກໃຫຍ່ສື່ມວນຊົນອົດສະຕາລີ. ຫ້ອງການຄຸ້ມຄອງຄົນເຂົ້າເມືອງ ແລະ ທີ່ດິນອົດສະຕາລີ ກຽມຕົວສຳລັບການປະຕິວັດການເຂົ້າເມືອງຄັ້ງໃໝ່ ເມື່ອພວກເຂົາລາຍງານວ່າພວກເຂົາກຳລັງວາງແຜນທີ່ຈະຍົກເລີກການຢັ້ງຢືນຕົວຕົນຜ່ານ ໜັງສືຜ່ານແດນ ແລະ ຫັນໄປໃຊ້ເຕັກໂນໂລຊີຊີວະພາບ, ບໍ່ວ່າຈະເປັນການຈົດຈຳໃບໜ້າ, ການສະແກນ iris ຫຼື ສະແກນລາຍນິ້ວມື. ເຊິ່ງຄາດວ່າຈະເປີດຕົວຢ່າງເປັນທາງການໃນປີ 2020



ເພື່ອໃຫ້ເຕັກໂນໂລຢີຊ່ວຍໃນການກວດກາ, ເວລານີ້ການທົດລອງຈະເລີ່ມຕົ້ນໃນເດືອນກໍລະກົດ. ຢູ່ທີ່ສະໜາມບິນໃນເມືອງ Canberra, ທ່ານ John Coyne, ເຈົ້າໜ້າທີ່ອາວຸໂສທີ່ຫ້ອງການຄົນເຂົ້າເມືອງກ່າວວ່າການຈັດຕັ້ງປະຕິບັດລະບົບດັ່ງກ່າວຈະຊ່ວຍອຳນວຍຄວາມສະດວກໃຫ້ນັກທ່ອງທ່ຽວຫຼາຍ ເນື່ອງຈາກຫຼຸດຜ່ອນການຖືເອກະສານຕ່າງໆ ແລະ ຈະ ຖືກນຳໃຊ້ເພື່ອຢືນຢັນສາມາດກວດສອບໄດ້ໄວ ເຊື່ອຖືໄດ້ຫຼາຍກວ່າການໃຊ້ພະນັກງານ ແລະ ເພີ່ມປະສິດທິພາບໃນການ ຈຳແນກຄະດີອາຍາທີ່ເດີນທາງຂ້າມປະເທດໄດ້ງ່າຍຂື້ນ ລວມທັງວຽກງານຂອງພະນັກງານກໍ່ຈະຫລຸດຜ່ອນລົງອີກ.


ແຫຼ່ງຂໍ້ມູນ:

https://www.digitaltrends.com/cool-tech/australia-wants-to-replace-passports/