ຍັກ​ໃຫຍ່​ດ້ານ​ເທັກ​ໂນ​ໂລ​ຢີ​ທີ່​ມີ​ການ​ແຂ່ງ​ຂັນ​ສູງ​ຢ່າງ Apple, Google ແລະ Amazon ໄດ້​ປະ​ກາດ​ວ່າ​ພວກ​ເຂົາ​ກຳ​ລັງ​ຮ່ວມ​ມື​ກັນ​ເພື່ອ​ໃຫ້​ເທັກ​ໂນ​ໂລຢີ ​Smart Home ​ໃຊ້​ງານ​ງ່າຍ​ຂຶ້ນ



ນັກວິເຄາະກ່າວວ່າການເຄື່ອນໄຫວເທື່ອນີ້ເປັນ "ເຊີລ໌ໄພສ໌" ແລະສະແດງໃຫ້ເຫັນວ່າບໍລິສັດທັງໝົດພະຍາຍາມທີ່ຈະເຮັດໃຫ້ຊີວິດຂອງລູກຄ້າດີຂຶ້ນ ຫລັງຈາກໃນຊ່ວງບໍ່ຈັກປີທີ່ຜ່ານມາບໍລິສັດຍັກໃຫຍ່ດ້ານເທກໂນໂລຍີໄດ້ ແຍ່ງຊິງອຳນາດເໜືອເທັກໂນໂລຢີ Smart Home ຢ່າງດຸເດືອດ ໂດຍມີ Alexa ຂອງ Amazon ແລະ Google Assistant ຄອງສ່ວນແບ່ງຕະຫລາດຢູ່ໃນຕອນນີ້


ແຕ່ບັນຫາທີ່ເກິດຂື້ນຕະຫລອດໄລຍະເວລາທີ່ຜ່ານມາກໍ່ຄື ຜູ້ຜະລິດສິນຄ້າກ່ຽວກັບ Smart Home ມັກຈະຕ້ອງເລືອກຄ້າຍທີ່ຈະເຊື່ອມຕໍ່ຄືຫາກອຸປະກອນຂອງເຈົ້າເຮັດວຽກຮ່ວມກັບ Alexa ໄດ້ ມັນກໍ່ຈະບໍ່ສາມາດຄວບຄຸມໄດ້ດ້ວຍ Siri ຫລື ຕົວໃດໃຊ້ງານກັບ Google Assistant ໄດ້ກໍ່ອາດຈະໃຊ້ບໍ່ໄດ້ກັບຕົວອື່ນໆ


ເມື່ອຍັກໃຫຍ່ທັງສາມລາຍມີຄວາມຮ່ວມມືກັນ ນັ້ນໝາຍເຖິງໃນອະນາຄົດການເລືອກຊື້ອຸປະກອນສຳລັບນຳມາໃຊ້ເປັນ Smart Home ຈະມີຄວາມສະດວກສະບາຍຫລາຍຂຶ້ນ ເພາະບໍ່ວ່າຈະຊື້ອຸປະກອນລຸ້ນໃດມາກໍ່ສາມາດເຊື່ອມຕໍ່ກັບ Alexa, Siri ແລະ Google Assistant ໄດ້
ຢ່າງໃດກໍຕາມຄວາມຮ່ວມມືຫາກໍ່ຈະເລີ່ມຕົ້ນ ຄາດວ່າຈະເລີ່ມມີຜົນໃຊ້ງານຈິງກໍຄົງຈະເປັນປາຍປີ 2020
Credit Link: bbc.com