Jack Ma ຜູ້ຮ່ວມກໍ່ຕັ້ງ Alibaba Group ກ່າວຫລັງຈາກສຳເລັດສິ້ນເທດສະການຊອັບປິ້ງອອນໄລນ໌ເທື່ອ
ໃຫຍ່ປະຈຳປີຢ່າງວັນຄົນໂສດ ຍອດຂາຍແມ່ນຈະທຳລາຍສະຖິຕິແຕ່ກໍນ້ອຍກວ່າທີ່ຄິດເອົາໄວ້ 

ວັນຄົນໂສດ ຫລື ທີ່ຮຽກວ່າ Double Eleven ຫລັງຈາກຈັດງານຕໍ່ເນື່ອງມາເປັນເວລາ 10 ປີ ຕອນນີ້ຄົງ
ບອກໄດ້ເຕັມປາກແລ້ວວ່າງານນີ້ກາຍເປັນກິດຈະກຳການຂາຍອອນໄລນ໌ຂອງຈີນທີ່ຍິ່ງໃຫຍ່ກວ່າທຸກງານ


Jack Ma ໃຫ້ຄວາມເຫັນຫລັງສຳເລັດສິ້ນເທດການປີນີ້ວ່າ “Double Eleven ໃນປີນີ້ບໍ່ເປັນໄປຕາມທີ່ຜົມຄາດການໄວ້ ເຮົາຄາດຫວັງຍອດຂາຍເອົາໄວ້ສູງກວ່ານີ້ຫລາຍ ແຕ່ກໍນັ້ນແລະມີຫຼາຍເລື່ອງທີ່ບໍ່ເປັນໃຈ ບໍ່ວ່າຈະເປັນເລື່ອງຂອງສະພາບພູມອາກາດທີ່ຮ້ອນຂຶ້ນ ສົ່ງຜົນໃຫ້ຍອດການສັ່ງຊື້ເສື້ອຜ້າບໍ່ແຮງຢ່າງທີ່ຄິດ ບວກກັບວັນທີ່ 11 ປີນີ້ກົງກັບເຊົ້າວັນຈັນຊຶ່ງເຮັດໃຫ້ຄົນສັ່ງຊື້ສິນຄ້າໃນຄືນກ່ອນມື້ເຮັດວຽກນ້ອຍລົງຕາມໄປດ້ວຍ ຖ້າປີໜ້າລັດຖະບານຈະໃຫ້ການສະໜັບສະໜູນໂດຍປະກາດໃຫ້ເປັນມື້ຢຸດເຄີ່ງມື້ສຳລັບມື້ຄົນໂສດກໍ່ຈະຊ່ວຍໄດ້ຫຼາຍ


ຢ່າງໃດກໍຕາມ Alibaba Group ຍັກໃຫຍ່ດ້ານ Ecommerce ທີ່ມີລາຍໄດ້ຫລັກຫລາຍຈາກການໂຄສະນາຫຼາຍກວ່າ ກຳໄລຈາກຍອດຂາຍທີ່ເກິດຂື້ນໃນເວັບໄຊຣ໌ ແຕ່ເທດການຢ່າງວັນຄົນໂສດກໍ່ກາຍເປັນເທດສະການຍິ່ງໃຫຍ່ປະຈຳປີໄປຮຽບຮ້ອຍແລ້ວ