Sony ບຽດ Nikon ຂຶ້ນມາເປັນເບີ 2 ຂອງຍອດຂາຍກ້ອງດິຈິຕອນ
ການແຂ່ງຂັນໃນຕະຫຼາດກ້ອງດິຈິຕອນ ຖືວ່າມີສະຖານະການດຸເດືອດບໍ່ພ່າຍແພ້ອຸດສາຫະກຳອື່ນໆ ໂດຍ Sony ກ້າວຂຶ້ນມາເປັນເບີ 2 ຂອງຕະຫຼາດບຽດສຽດ Nikon ລົງໄປຢູ່ໃນອັນດັບ 3 ສ່ວນເບີ  1 ຂອງຕະຫຼາດຍັງຄົງເປັນ Canon


ຕາມລາຍງານຂອງ Nikkei ລະບຸວ່າ Nikon ຈະຖືກ Sony ແຊງໜ້າໃນເລື່ອງຂອງຍອດຂາຍກ້ອງດິຈິຕອນໄປເປັນທີ່ຮຽບຮ້ອຍຫລັງ Nikon ອອກມາເປີດເຜີຍຂໍ້ມູນວ່າບໍລິສັດຂາດທຸນເປັນເທື່ອທຳອິດຈາກທຸລະກິດຖ່າຍພາບດ້ານ Sony ປະກາດໃນປີ 2018 ວ່າບໍລິສັດເລັງຈະເປັນຜູ້ນຳລະດັບໂລກຂອງແບຣນກ້ອງຖ່າຍພາບດິຈິຕອນໃຫ້ໄດ້ພາຍໃນປີ 2021 ຊຶ່ງຖືວ່າເປັນເປົ້າໝາຍທີ່ຄ່ອນຂ້າງໃຫຍ່ຫລາຍ ຢ່າງໃດກໍ່ຕາມ ຖືເປັນທິດທາງທີ່ດີເມື່ອ Sony ກ້າວຂຶ້ນມາເປັນອັນດັບ 2 ຂອງຍອດຂາຍກ້ອງດິຈິຕອນ ແລະມີແນວໂນ້ມວ່າຍັງຄົງເຕີບໂຕຢ່າງຕໍ່ເນື່ອງເລື່ອຍໆ
ຕາມການຈັດອັນດັບຂອງ BCN ພົບວ່າຍອດຂາຍກ້ອງຂອງ Sony ຍັງຄົງເຕີບໂຕ ສວນທາງກັບ Canon ແລະ Nikon ທີ່ມີຍອດຂາຍລຸດລົງ
Credit Link: SME