Larry Page ຜູ້ຮ່ວມກໍ່ຕັ້ງຂອງ Google ກ້າວລົງຈາກຕຳແໜ່ງຊີອີໂອຂອງ Alphabet
ຜ່ານມາ 20 ປີແລ້ວ ຫລັງຈາກເລີ່ມຕົ້ນເຮັດ Google ໃນກາລາລົດ Menlo Park, Larry Page ແລະ Sergey Brin ກຳລັງຈະຖິ້ມບົດບາດຜູ້ບໍລິຫານຂອງພວກພວກເຂົາທີ່ Alphabet ບໍລິສັດແມ່ຂອງ Google
Page ແລະ Brin ກຳລັງກ້າວລົງຈາກຕຳແໜ່ງຊີອີໂອ ແລະ ປະທານບໍລິສັດຂອງ Alphabet ແລະ ຈະແຕ່ງຕັ້ງ Sundar Pichai ຊີອີໂອຄົນປະຈຸບັນຂອງ Google ເຂົ້າຮັບຕຳແໜ່ງຊີອີໂອຂອງ Alphabet ເພີ່ມອີກຕຳແໜ່ງ ສ່ວນຜູ້ຮ່ວມກໍ່ຕັ້ງຈະຍັງຄົງເຮັດໜ້າທີ່ໃນຄະນະກຳມະການຂອງບໍລິສັດຕໍ່ໄປ ພວກເຂົາຍັງຄົງຄວບຄຸມການອອກສຽງລົງຄະແນນໃນທຸລະກິດທັງໝົດ
“ເຮົາບໍ່ເຄີຍເປັນຄົົນທີ່ຢຶດໝັ່ນໃນບົດບາດການຈັດການເມື່ອເຮົາຄິດວ່າມີວິທີທີ່ດີກວ່າໃນການບໍລິຫານບໍລິສັດທັງ Alphabet ແລະ Google ບໍ່ຕ້ອງການຊີອີໂອ ແລະ ປະທານ 2 ຄົນອີກຕໍ່ໄປ” 


ຫລາຍຄົນຕັ້ງຂໍ້ສັງເກດຂອງການສັບປ່ຽນຜູ້ບໍລິຫານທີ່ເກິດຂື້ນໃນຊ່ວງເວລາທີ່ Google ກຳລັງຜະເຊີນກັບການກວດສອບຢ່າງໜັກໜ່ວງຈາກໜ່ວຍງານກຳກັບເບິ່ງແຍງ ອີກທັງຍັງຖືກນັກການເມືອງໃນສະຫະລັດອະເມລິກາແລະ ຍຸໂລບໄດ້ຕັ້ງຄຳຖາມກ່ຽວກັບວິທີປະຕິບັດດ້ານຄວາມເປັນສ່ວນຕົວຂອງຂໍ້ມູນ ແລະຜົນກະທົບທີ່ອາດເກີດຂຶ້ນກັບສັງຄົມ
Larry Page ໄດ້ຫາຍໜ້າໄປຈາກເຫດການສຳຄັນຂອງບໍລິສັດມາໄລຍະໜຶ່ງແລ້ວ ຕັ້ງແຕ່ການພິຈາລະນາຄະດີເທັກໂນໂລຍີຂະໜາດໃຫຍ່ເທິງ Capitol Hill ໃນປີ 2018 Page ຖືກຮຽກຕົວຕໍ່ໜ້າຄະນະກຳມະການຂ່າວຂອງວຸທິສະພາເພື່ອກວດສອບການແຊກແຊງການເລືອກຕັ້ງຕ່າງປະເທດ



ນອກຈາກນີ້ຕະຫລອດອາທິດທີ່ຜ່ານມາ Google ກຳລັງຜະເຊີນກັບຄວາມຕຶງຄຽດທີ່ເພີ່ມຂຶ້ນຈາກພະນັກງານຂອງຕົວເອງ ເມື່ອ Google ໄລ່ພະນັກງານຫລາຍຄົົນທີ່ຖືກກ່າວຫາວ່າລະເມີດນະໂຍບາຍຄວາມປອດໄພຂອງຂໍ້ມູນອອກ ເຮັດໃຫ້ພະນັກງານບາງຄົນກ່າວຫາ Google ວ່າພະຍາຍາມກໍ່ການປາບປາມນັກວິຈານ ລວມເຖິງພະຍາຍາມຈັດລະບຽບພະນັກງານສຳລັບ Sundar Pichai ຊຶ່ງເປັນທີ່ຮູ້ຈັກໃນດ້ານຄວາມສາມາດທາງວິສະວະກຳ ເຂົ້າຮັບຕຳແໜ່ງຊີອີໂອຂອງ Google ໃນປີ 2558 ຊຶ່ງເປັນສ່ວນຫນຶ່ງຂອງການປັບໂຄງສ້າງອົງກອນເພື່ອເຮັດການສ້າງ Alphabet ຂຶ້ນມາ ໃນບົດບາດຊີອີໂອຂອງ Google ພວກເຂົາຍັງຄົງນຳພາທຸລະກິດຂອງບໍລິສັດໃຫ້ເຕີບໂຕ ແລະ ຂະຫຍາຍຕົວໃນດ້ານຮຼາດແວ ແລະ ຄາວດ໌ຄອມພິວຕິ້ງ ເຊີ່ງການສ້າງລາຍໄດ້ສ່ວນໃຫຍ່ແມ່ນມາຈາກການໂຄສະນາ


ສ່ວນ Brin ແລະ Page ກ່າວປິດທ້າຍວ່າພວກເຂົາຈະຍັງຄົງ ມີສ່ວນຮ່ວມຢ່າງເຕັມທີ່ໃນຖານະສະມາຊິກຄະນະກຳມະການຜູ້ຖືຫຸ້ນ ແລະ ຜູ້ຮ່ວມກໍ່ຕັ້ງ ພວກເຂົາບອກວ່າພວກເຂົາວາງແຜນຮ່ວມກັບ Pichai "ເປັນປະຈຳ"
Credit Link: SME