Apple Pay ຊ່ວຍລຸດຄວາມແອອັດຂອງລົດໄຟໃຕ້ດິນຂອງກຸງລອນດອນ

ການໃຊ້ iPhone ແລະ Apple Watch ເຮັດໜ້າທີ່ໃນການຈ່າຍຄ່າເດິນທາງຂອງລະບົບຂົນສົ່ງ ທີ່ຕ້ອງການຄວາມເລັ່ງດ່ວນຢ່າງລົດໄຟໃຕ້ດິນຖືເປັນການເຕີມເຕັມຄຳວ່າ “ດ່ວນ” ໃຫ້ສົມບູນແບບຍິ່ງຂຶ້ນ ເພາະການເຮັດວຽກງານຂອງ Apple Pay ບໍ່ຕ້ອງໃຊ້ຂັ້ນຕອນ ຫລື ເທັກນິກການກວດສອບໃບໜ້າໃນການຢືນຢັນຕົວຕົນ ຜູ້ໃຊ້ງານພຽງກໍ່ແຕແຕະໂທລະສັບ ຫລື ໂມງກໍ່ສາມາດເຂົ້າ ແລະ ອອກຈາກບໍລິການຂົນສົ່ງໄດ້ແລ້ວ


ການໃຊ້ງານ Apple Pay ຈະຊ່ວຍໃຫ້ການເຂົ້າ ແລະ ອອກຈາກລະບົບລົດໄຟໃຕ້ດິນເຮັດໄດ້ຢ່າງວ່ອງໄວ ໜຶ່ງຄົນໃຊ້ເວລາເຂົ້າ ແລະ ອອກພຽງບໍ່ຈັກວິນາທີ ມັນຈະຊ່ວຍລຸດບັນຫາຂອງການຕໍ່ຄິວເຂົ້າ ແລະ ອອກຈາກລະບົບໄດ້ຢ່າງຫລວງຫລາຍ
ແຕ່ງານນີ້ Apple ຕ້ອງການໃຫ້ຄວາມຮູ້ກັບຜູ້ທີ່ຕ້ອງການໃຊ້ງານ ໃນເລື່ອງຂອງການຕັ້ງຄ່າຂອງບັດເຄດິດທີ່ຈະ ກຜູກເຂົ້າກັບໂທລະສັບ ຫລື ໂມງ ເພາະການຕັ້ງຄ່າທີ່ຖືກຕ້ອງຈະນຳມາຊຶ່ງຄວາມສະດວກພີ່ເພີ່ມຂຶ້ນຫລວງຫລາຍ


ຜູ້ໃຊ້ Apple Pay ສາມາດເປີດໃຊ້ງານບັດເດິນທາງໄດ້ໂດຍກຳນົດ "ບັດເດິນທາງດ່ວນ" ໃນສ່ວນ Wallet & Apple Pay ຂອງການຕັ້ງຄ່າ iOS ແລະ ນີ້ເປັນການໃຊ້ງານໃນກຸງລອນດອນປະເທດອັງກິດ


Credit Link: SME