ຫາກໃຜຫລິ້ນFacebookຢູ່ໃນຊ່ວງນີ້ຄົງຈະໄດ້ເຫັນພາບທີ່ກຳລັງໂດ່ງດັ່ງຈຳນວນຫລາຍເພຈນຳໄປຫລິ້ນ
ເພື່ອບໍ່ໃຫ້ເປັນການຕົກກະແສ ໂດຍພາບດັ່ງກ່າວເປັນບົດສົນທະນາລະຫວ່າງແມ່-ລູກ ໃນສອງສະຖານະການນຳກັນຄື: 
1.ກ່ອນອອກຈາກ ແລະ 2. ກັບມາທີ່ເຮືອນແລ້ວ.
ຫຼາຍຄົນອາດມີຄຳຖາມວ່າພາບສອງແມ່ລູກນີ້ມີທີ່ມາຢ່າງໃດ ແລະ ເປັນຫຍັງເຖິງກາຍເປັນທີ່ນິຍົມ
ຢູ່ໃນໂລກອິນເຕີລ໌ເນັດໃນຂະນະນີ້ ເຮົາມີຄຳຕອບມາຄາຍຂໍ້ສົງໄສເຫລົ່ານີ້ແລ້ວ ພາບແມ່ລູກຖືກໂພດຕ໌ໂດຍສະຖານທູດຟິລິບປິນສ໌ໃນປະເທດອິຣັກ ຊຶ່ງເນື້ອຫາຂອງພາບລະບຸຂໍ້ຄວາມທີ່ມີວັດຖຸປະສົງເພື່ອເຕືອນນາຍໜ້າເຖື່ອນທີ່ຫາລູກຈ້າງມາເຮັດວຽກໃນຕ່າງປະເທດ
ບົດສົນທະນາມີດັ່ງຕໍ່ໄປນີ້.

ແມ່: ມີຄວາມຮູ້ສຶກງົງເມື່ອເຫັນລູກກັບມາເຮືອນໄວ ລູກມີກຳນົດການເດິນທາງໄປຕ່າງປະເທດ
ລູກ: ທີ່ກັບມາໄວ ເພາະໂດນນາຍໜ້າເຖື່ອນຫລອກ ຮູ້ຢ່າງນີ້ໜ້າຈະເຊັກກັບ 
POEA (Philippine Overseas Employment Administration) ກ່ອນ
ເມື່ອເດືອນທີ່ຜ່ານມາ POEA (Philippine Overseas Employment Administration) ຊຶ່ງເປັນໜ່ວຍງານທີ່ເບິ່ງແຍງເລື່ອງການຈັດຈ້າງງານໃນຕ່າງປະເທດຂອງຟິລິບປິນສ໌ໄດ້ເຕືອນຄົນງານຟິລິບປິນສ໌ທີ່ເຮັດ
ວຽກກັບນາຍໜ້າຜິດກົດໝາຍໃນຮ່ອງກົງ, ສິງກະໂປ໌ ແລະ ໄຊປຣັດບໍ່ພຽງເທົ່ານັ້ນຍັງຖືກຫຼອກໃຫ້ໄປເຮັດວຽກ
ໃນປະເທດອື່ນໆ ບໍ່ວ່າຈະເປັນ ຕຸຣຸກີ ແລະ ຣັດເຊຍ ໂດຍໃຫ້ຄຳໝັ້ນສັນຍາວ່າຈະໄດ້ຮັບເງີນເດືອນທີ່ດີກວ່າ.

ອີກທັງ POEA (Philippine Overseas Employment Administration) ຍັງໃຫ້ຄຳແນະນຳແກ່ແຮງງານ
ທີ່ຕ້ອງການໄປເຮັດວຽກໃນຕ່າງປະເທດໃຫ້ສາມາດກວດສອບຂໍ້ມູນຜ່ານທາງເວັບໄຊຕ໌ຢ່າງເປັນທາງການຂອງ POEA (Philippine Overseas Employment Administration) ເພື່ອຫລີກລ້ຽງນາຍໜ້າທີ່ຜິດກົດໝາຍ.
Credit Link: Smart SME   inquirer.net