ຍອດຂາຍດມາດໂຟນຂອງ Huawei ຍັງຄົງພຸ້ງສູງຢ່າງຕໍ່ເນື່ອງ ແຕ່ເປັນສະເພາະໃນປະເທດຈີນເທົ່ານັ້ນ ສ່ວນຕະຫລາດໃນຕ່າງປະເທດອາດຈະຕ້ອງເຮັດວຽກບ້ານໜັກຂຶ້ນ ຫາກຕ້ອງການຈະແຊງໜ້າຊຳຊຸງ Samsung ໃນຖານະຜູ້ຂາຍສະມາດ ໂຟນລາຍໃຫຍ່ທີ່ສຸດໃນໂລກ

ຂໍ້ມູນຈາກບໍລິສັດວິໄຈຕະຫຼາດ Canalys ແລະ IDC ເນັ້ນຢ້ຳວ່າສະມາດໂຟນຂອງ Huawei ຖືກບັງຄັບໃຫ້ມຸ້ງເນັ້ນການຂາຍໃນປະເທດເທົ່ານັ້ນ ຍອດຂາຍທີ່ພຸ້ງຂຶ້ນສ່ວນໃຫຍ່ເປັນຍອດທີ່ເກີດໃນປະເທດຈີນ ໂດຍມີຍອດຂາຍເພີ່ມຂຶ້ນກວ່າ 60% ແຕ່ຕະຫຼາດໂດຍລວມເບິ່ງເໝືອນຈະຫົດຕົວເມື່ອທຽບກັບປີທີ່ຜ່ານມາ


ສຳລັບຍອດຂາຍສະມາດໂຟນຂອງ Huawei ນອກປະເທດລຸດລົງ 6% ເມື່ອທຽບກັບໄຕມາດດຽວກັນຂອງປີທີ່ແລ້ວ ແລະ ລຸດລົງ 12% ເຖິງ 17% ຈາກການຈັດສົ່ງໄປຕ່າງປະເທດໃນໄຕມາດທີ່ສອງການແບນຂອງສະຫະລັດອາເມລິກາ ໄດ້ສົ່ງຜົນກະທົບຕໍ່ຍອດຂາຍທົ່ວໂລກຂອງ Huawei ໂດຍສະເພາະ ເນື່ອງຈາກອຸປະກອນໃໝ່ບໍ່ສາມາດເຂົ້າເຖິງບໍລິການຂອງ Google ໄດ້

ລ່າສຸດການເປີດຕົວໂທລະສັບລຸ້ນ Mate 30 ໃນປາຍເດືອນກັນຍາ ອຸປະກອນດັ່ງກ່າວບໍ່ສາມາດເຂົ້າເຖິງ Google Play ຫຼື ແອບຍອດນິຍົມຫຼວງຫຼາຍ ນັ້ນເປັນບັນຫາສຳລັບຕະຫຼາດຕ່າງປະເທດທີ່ເຮັດໃຫ້ຜູ້ໃຫ້ບໍລິການ ແລະ ຜູ້ຄ້າປີກຈຳນວນຫຼາຍ ລັງເລທີ່ຈະສະຕັອກຜະລິດຕະພັນຂອງ Huawei ເພາະ ພວກເຂົາບໍ່ແນ່ໃຈວ່າ Huawei ຈະຈັດການກັບການຂາດບໍລິການຂອງ Google ໄດ້ຢ່າງໃດ