BN Trading

Instagram ໃຊ້ AI ເພື່ອກວດຈັບຄຳບັນຍາຍພາບທີ່ບໍ່ເໝາະສົມ



Instagram ຕຽມຄຸນສົມບັດໃໝ່ ເພື່ອໃຊ້ AI ເຕືອນຜູ້ໃຊ້ເມື່ອພົບວ່າມີຄຳບັນຍາຍພາບຂອງພວກ ເປັນຂໍ້ຄວາມທີ່ບໍ່ເໝາະສົມ ຫລືເປັນຂໍ້ຄວາມທີ່ເຄີຍຖືກ report ມາກ່ອນໜ້ານີ້ແລ້ວ

ບໍລິສັດ Facebook ຜູ້ເປັນເຈົ້າຂອງ Instagram ອອກມາເປີດເຜີຍວ່າໄດ້ມີການຝຶກຝົນໃຫ້ລະບົບ AI ຂອງຕົນ ມີຄວາມສາມາດກວດສອບຄຳບັນຍາຍພາບທີ່ບໍ່ເໝາະສົມໄດ້ ໂດຍແນວຄິດນີ້ມີຂຶ້ນມາເພື່ອຕ້ອງການໃຫ້ຜູ້ໃຊ້ງານໄດ້ມີໂອກາດຢຸດຄິດທົບທວນກ່ອນທີ່ຈະສົ່ງຂໍ້ຄວາມອອກໄປ


ທຸກມື້ນີ້ໃນໂລກຂອງໂຊຊຽວມີເດຍເຕັມໄປດ້ວຍຂໍ້ຄວາມທີ່ບໍ່ເໝາະສົມຫລວງຫລາຍ ບໍ່ວ່າຈະເປັນເລື່ອງເຊື້ອຊາດ, ເພດ ແລະ ການໃສ່ຮ້າຍປ້າຍສີ ຄຸນສົມບັດໃໝ່ຂອງ Instagram ຈະຊ່ວຍກວດສອບແລ້ວແຈ້ງເຕືອນຜູ້ໃຊ້ຫາກພົບວ່າມີບາງສ່ວນຂອງຄຳບັນຍາຍພາບທີ່ກຳລັງຂຽນນັ້ນມີຂໍ້ຄວາມທີ່ບໍ່ເໝາະສົມ ເພື່ອໃຫ້ໂອກາດກັບຜູ້ໃຊ້ກໍ່ການແກ້ໄຂກ່ອນທີ່ຈະສົ່ງອອກໄປເຜີຍແຜ່ ນອກຈາກນີ້ຍັງເປັນການໃຫ້ຄວາມຮູ້ກັບຜູ້ໃຊ້ກ່ຽວກັບສິ່ງຕ້ອງຫ້າມໃນລະບົບອີກດ້ວຍ

แสดงความคิดเห็น

0 ความคิดเห็น