BN Trading

ກົດ 12 ຂໍ້ ຄຸນສົມບັດທີ່ຜູ້ເປັນຫົວໜ້າຫລືຜູ້ບໍລິຫານຄວນມີ, ລອງກວດເບິ່ງວ່າເຮົານັ້ນມີຈັກຂໍ້ແລ້ວ



ການເປັນຫົວໜ້າ ຫຼື ຜູ້ບໍລິຫານ ໃນອົງກອນໃດກໍ່ແລ້ວແຕ່ສິ່ງສຳຄັນໃນການເຮັດວຽກຮ່ວມກັນກັບລູກນ້ອງນັ້ນເປັນສິ່ງທີ່ພົບຄວາມຫຍຸ້ງຍາກຫຼາຍ, ຫົວໜ້າບາງຄົນເຮັດວຽກໄດ້ດີແຕ່ກໍ່ບໍ່ສາມາດຈູງໃຈລູກນ້ອງໄດ້, ລູກນ້ອງເຮັດວຽກໄດ້ແຕ່ບໍ່ຮູ້ພັກດັນເຂົາເຈົ້າເປັນຕົ້ນ,ມື້ນີ້ຂໍນຳເອົາເຕັກນິກຄຸນສົມບັດຂອງຫົວໜ້າທີ່ຕ້ອງມີ 12 ຢ່າງມານຳສະເໜີ ເພື່ອເປັນຊ່ອງທາງການປັບປຸງພັດທະນາຕົນເອງ ເຖິງຈະບໍ່ເປັນຫົວໜ້າລະດັບໃຫຍ່ ຫາກປະຕິບັດໄດ່້ດີຄວາມສຳເລັດຍ່ອມເກີດແດ່ເຮົາ.

1. ຄິດບວກ (Think positive) ຕ້ອງເປັນຄົນຄິດບວກ ແລະ ທັດສະສະຄະຕິທີ່ດີ ເບິ່ງຫາອະນາຄົນໃໝ່ໆ ແລະ ເບິ່ງປັນຫາວ່າເປັນຄວາມທ້າທາຍ ແລະ ເປັນໂອກາດໃໝ່ໆທີ່ຈະເຮັດໃຫ້ທ່ານໄດ້ພັດທະນາ ເມື່ອທ່ານຄິດບວກແລ້ວ ການບໍລິຫານຈັດການພະນັກງານຂອງທ່ານກໍ່ຈະບວກໄປຕາມໆກັນ.

2. ຄວາມຊື່ສັດ (Be Honest) ຄວາມຊື່ສັດໂປ່ງໃສກັບການເຮັດວຽກ ແລະ ກັບພະນັກງານທີ່ຕົນເອງເບິ່ງແຍງ, ເວົ້າຄວາມຈິງ ບໍ່ໃຫ້ຕົວະ ແລະ ຮັກສາສັນຍາຕ່າງໆທີ່ໃຫ້ໄວ້ກັບພະນັກງານຕະຫຼອດເວລາ.

3. ຮູ້ຈັກມອບໝາຍວຽກ (Delegate) ຜູ້ນຳ ຫຼື ຜູ້ບໍລິຫານ ຕ້ອງຮູ້ຈັກມອບໝາຍວຽກງານໃຫ້ກັບລູກນ້ອງໃຫ້ກົງກັບຄວາມຮູ້, ຄວາມສາມາດ ແລະ ຮູ້ວ່າເມື່ອໃດຄວນຈະປ່ອຍໃຫ້ລູກນ້ອງເຮັດວຽກເອງ, ເມື່ອໃດທີ່ຄວນຈະເຂົ້າມາຕິດຕາມຜົນງານ.

4. ການສື່ສານ (Communicate) ຕ້ອງຮູ້ຈັກການສື່ສານໃນດ້ານຕ່າງໆ ກັບ ລູກນ້ອງ ແລະ ທີມງານຂອງຕົນເອງ ບໍ່ໃຫ້ເຮັດວຽກແບບມິດງຽບຄົນດຽວ ໂດຍບໍ່ໄດ້ສື່ສານຫຍັງໃຫ້ກັບທີມງານໄດ້ຮັບຮູ້ເລີຍ.

5. ການສ້າງແຮງບັນດາໃຈ (Inpire) ຕ້ອງເປັນຄົນສາມາດສ້າງແຮງບັນດານໃຈໃຫ້ກັບລູກນ້ອງຂອງຕົນໄດ້ຢ່າງດີ ສາມາດເປັນຕົ້ນແບບ ຫຼື ແບບຢ່າງທີ່ເຮັດໃຫ້ລູກນ້ອງຍາກເຮັດນຳ ແລະ ມີພະລັງໃນການເຮັດວຽກຢູ່ສະເໜີ.

6. ການຊຸກຍູ້ທີມ (Align the team) ຕ້ອງເປັນຄົນທີ່ສາມາດສ້າງທີມງານ ແລະ ກະຕຸກຊຸກຍູ້ໃຫ້ທີມງານເຮັດວຽກເປັນທີມໄດ້ຢູ່ສະເໝີ, ຕ້ອງໃຫ້ຮູ້ເຖິງເປົ້າໝາຍຂອງທີມ, ໃຫ້ຮູ້ເຖິງຄວາມຄືບໜ້າຂອງການເຮັດວຽກ ແລະ ກະຕຸ້ນທີມງານໃຫ້ມີແຮງຈູງໃຈໃນການເຮັດວຽກໄດ້ຕະຫຼອດເວລາ.

7. ການສ້າງຄວາມສົມດຸນ (Balanced) ຕ້ອງສາມາດສ້າງຄວາມສົມດຸນ ໃນການເຮັດວຽກໄດ້ລະຫວ່າງ ວຽກສ່ວນລວມ ກັບ ວຽກສ່ວນຕົວ ໂດຍສານມາດບໍລິຫານການເຮັດວຽກຂອງພະນັກງານໂດຍສ້າງຄວາມສົມດຸນໃນສອງຢ່າງນີ້ໃຫ້ໄດ້ ບໍ່ແມ່ນຈະເນັ້ນໃນການເຮັດວຽກຫຼາຍເກີນໄປ ຫຼື ເນັ້ນທີ່ວຽກສ່ວນຕົນຫຼາຍເກີນໄປ.

8. ການໃຫ້ເຄດິດ (Give Credit) ຕ້ອງຮູ້ຈັກໃຫ້ຄວາມດີຄວາມງາມແກ່ລູກນ້ອງຂອງຕົນເອງ ບໍ່ແມ່ນຈະເອົາຄວາມດີໃສ່ຕົນເອງ ເອົາຄວາມຊົ່ວໃສ່ລູກນ້ອງ ເຊິ່ງເປັນການກະທຳທີ່ບໍ່ແມ່ນນັກບໍລິຫານ, ຕ້ອງຮູ້ຈັກຍ້ອງຍໍຊົມເຊີຍລູກນ້ອງທີ່ມີຜົນງານດີ.

9. ການສົ່ງເສີມ (Encourage Growth) ຕ້ອງຮູ້ຈັກສົ່ງເສີມໃຫ້ລູກນ້ອງເຕີບໂຕຕາມສາຍອາຊີບ ໂດຍມີການວາງແຜນການເຕີບໂຕຕາມສາຍງານຮ່ວມກັບລູກນ້ອງຂອງຕົນ ລວມທັງວາງແຜນໃນການພັດທະນາພະນັກງານແຕ່ລະຄົນອີກ.

10. ໃຫ້ຄຳຊົມເຊີຍ (Praise) ຮູ້ຈັກໃຫ້ຄຳຊົມເຊີຍ ກັບ ລູກນ້ອງຂອງຕົນ ສະແດງໃຫ້ເຫັນວ່າເຮົາຍ້ອງຍໍ ແລະ ຊົມເຊີຍຜູ້ທີ່ມີຜົນງານຂອງລູກນ້ອງດ້ວຍຄວາມຈິງໃຈ ເຖິງແມ່ນວ່າເລື່ອງນັ້ນຈະເປັນເລື່ອງນ້ອຍກໍ່ຕາມ ແລະ ຖ້າທ່ານຊົມເຊີຍພະນັກງານດ້ວຍຄວາມຈິງໃຈເລື່ອງນ້ອຍໆກໍ່ຈະກາຍເປັນເລື່ອງທີ່ມີຄວາມສຳຄັນ ແລະ ເຮັດໃຫ້ນະພັກງານມີແຮງຈູງໃຈໃນການເຮັດວຽກຫຼາຍຂຶ້ນອີກ.

11. ເປັນທີ່ປຶກສາ ຫຼື ຜູ້ແນະນຳ (Mentor) ເປັນທີ່ປຶກສາຄອຍໃຫ້ຄຳແນະນຳແກ່ພະນັກງານຂອງຕົນ ທັງນີ້ລວມເຖິງການສອນວຽກ ເພື່ອໃຫ້ພະນັກງານເກັ່ງຂຶ້ນ ແລະ ໃຊ້ວິທີການປຶກສາຫາລື ເພື່ອຫາແນວທາງໃນການເຮັດວຽກໃໝ່ໆ ຫຼື ແກ້ໄຂປັນຫາຕ່າງໆ ກໍ່ຈະເຮັດໃຫ້ພະນັກງານຮູ້ສຶກວ່າຫົວໜ້າ ກັບ ເຂົາເປັນທີມງານດຽວກັນ ແລະ ເປັນຄົນຄອຍໃຫ້ການສະໜັບສະໜູນພະນັກງານຢູ່ສະເໝີ.

12. ຄວາມເປັນທຳ (Fair) ຕ້ອງມີຄວາມເປັນທຳ ກໍ່ຄືການບໍລິຫານງານທຸກຄົນປະຕິບັດຕໍ່ທຸກຄົນດ້ວຍຄວາມເປັນທຳ ແລະ ຢູ່ບົນພື້ນຖານຂອງມາດຕະຖານດຽວກັນທັງໝົດ ບໍ່ເລືອກປະຕິບັດກັບຄົນໃດຄົນໜຶ່ງ.

Credit Content: https://www.soupsipupdate.com/



แสดงความคิดเห็น

0 ความคิดเห็น