BN Trading

ຍຸກນີ້ຕ້ອງແປກໃໝ່! Pepsi ເປີດຕົວຜະລິດຕະພັນໃໝ່ນ້ຳອັດລົມປະສົມກາເຟ



Pepsi ປະ​ກາດ​ຈະ​ເປີດ​ຕົວ Pepsi Cafe ເຄື່ອງ​ດື່ມ​ຊະນິດ​ໃໝ່​ທີ່​ເປັນ​ການ​ປະສົມ​ຜະ​ສານ​ກັນ​ລະຫວ່າງ​ນ້ຳ​ອັດ​ລົມ ແລະ​ກາ​ເຟ ໃນ​ເດືອນ​ເມສາ​ 2020
ຜະລິດຕະພັນໃໝ່ຂອງ Pepsi ຢ່າງ Pepsi Cafe ໂດຍເປັນການປະສົມປະສານກັນລະຫວ່າງນ້ຳອັດລົມ ແລະກາເຟລົດຊາດທີ່ເຂ້ມຂົ້ນເຂົ້ານຳກັນ ຊຶ່ງມີກາເຟອີນສູງກວ່າ 2 ເທົ່າຈາກ Pepsi ປົກກະຕິ
ສຳລັບເຄື່ອງດື່ມ Pepsi Cafe ຈະມີນຳກັນ 2 ລົດຊາດ ຄື 1.ລົດອໍລິຈິນໍ Original ທີ່ມີຈຸດເດັ່ນໃນເລື່ອງກິ່ນຂອງກາເຟປະສົມກັບຄາລາເມວໃນເຄື່ອງດື່ມນ້ຳອັດລົມ 2.ລົດຊາດວານິລາ ທີ່ຈະມີຄວາມຫວານ ສຳຜັດເຖິງກິ່ນຂອງຄີມທຽມ

ນີ້​ບໍ່ແມ່ນ​ເທື່ອ​ທຳ​ອິດຂອງ​ຜູ້​ຜະລິດ​ເຄື່ອງ​ດື່ມ​ນ້ຳ​ອັດ​ລົມ​ກັບ​ຄວາມ​ພະຍາຍາມ​ທີ່​ຈະ​ເອົາ​ໃຈ​ຜູ້​ທີ່​​ມັກ​ເຄື່ອງ​ດື່ມ​ກາ​ເຟ ແລະ​ນ້ຳ​ອັດ​ລົມ ໂດຍ​ຍ້ອນ​ກັບ​ໄປ​ໃນ​ປີ 2006 Coca-Cola ໄດ້​ເປີດ​ຕົວ Coca-Cola BlāK ຊຶ່ງ​ເປັນ​ເຄື່ອງ​ດື່ມ​ນ້ຳ​ອັດ​ລົມ​ລົດ​ກາ​​ເຟ ຕໍ່​ມາ​ໃນ​ປີ 2017 Coca-Cola ກໍ​ໄດ້​ມີ​ການ​ເປີດ​ຕົວ Coca-Cola Coffee Plus ອີກ​ເຊັ່ນ​ກັນ
 
Todd Kaplan ຮອງ​ປະ​ທານ​ຝ່າຍ​ກາ​ນຕະຫຼາດ​ຂອງ Pepsi ກ່າວ​ວ່າ ເຮົາ​ໝັ່ນໃຈ​ໃນ​ກຸ່ມ​ແຟນ​ຄັບ ຄົົນທີ່​ມັກ​ດື່ມ​ກາ​​ເຟ ແລະ​ຜູ້​ທີ່​ຕ້ອງ​ການ​ເພີ່ມ​ກາ​ເຟ​ອີນ​ຈະ​ມັກ​ຜະລິດຕະພັນ Pepsi Cafe ນີ້
Credit Link: www.smartsme.co.th

แสดงความคิดเห็น

0 ความคิดเห็น