BN Trading

ຮ້ານຄ້າອອນໄລນ໌ຕ້ອງຮູ້ກົດໃໝ່ Facebook ຫ້າມໂພດສ໌ຂໍ້ມູນສ່ວນຕົວເວລາຂາຍຂອງ


ຮ້ານຄ້າອອນໄລນ໌ຕ້ອງຮູ້ກົດໃໝ່ Facebook ຫ້າມໂພດສ໌ຂໍ້ມູນສ່ວນຕົວເວລາຂາຍຂອງ

ພໍ່ຄ້າ-ແມ່ຄ້າທີ່ຂາຍຂອງອອນໄລນ໌ໂດຍໃຊ້ Facebook ເປັນຊ່ອງທາງໃນການສື່ສານສະເໜີຂາຍສິນຄ້າຈຳເປັນຕ້ອງສຶກສາກົດລະບຽບໃໝ່ທີ່ Facebook  ໄດ້ປັບປຽ່ນກົດມາດຕະຖານຊຸມຊົນໃໝ່ທີ່ໃຫ້ຄວາມເປັນສ່ວນຕົວດ້ານຂໍ້ມູນຂອງຜູ້ໃຊ້ງານຫລາຍຍິ່ງຂຶ້ນ

ສຳລັບເນື້ອຫາທີ່ຜູ້ທີ່ເຮັດທຸລະກິດຂາຍຂອງອອນໄລນ໌ບໍ່ຄວນໂພດສ໌ ສ່ວນໃຫຍ່ຈະເປັນໃນເລື່ອງຂອງຂໍ້ມູນສ່ວນຕົວທີ່ລະບຸຕົວຕົນຂອງຜູ້ໃຊ້ ດັ່ງນັ້ນເຮົາມາເບິ່ງກັນວ່າຈະມີເນື້ອຫາດ້ານຫຍັງແດ່ ທີ່ບໍ່ຄວນໂພດສ໌ຊຶ່ງມີລາຍລະອຽດດັ່ງຕໍ່ໄປນີ້

ເນື້ອຫາທີ່ເອື້ອຕໍ່ການລັກຂໍ້ມູນທີ່ສາມາດລະບຸຕົວຕົນ ໂດຍການໂພດສ໌ ຫລື ຂໍຂໍ້ມູນລະບຸຕົວບຸກຄົນ ຊຶ່ງລວມເຖິງໝາຍເລກບັດປະຈຳຕົວ ໝາຍເລກປະກັນສັງຄົມ ໝາຍເລກໜັງສືເດິນທາງ ຫລື ໝາຍເລກທີ່ໃຊ້ໃນການສອບ ບັດລະປະຈຳຕົວທີ່ອອກໂດຍລັດ ບັດປະຈຳຕົວນັກສຶກສາ ຫລື ນັກສຶກສາທີ່ສະແດງຂໍ້ມູນສອງຢ່າງຈາກລາຍການຕໍ່ໄປນີ້
1. ຊື່, ຮູບພາບ ຫລື  ໝາຍເລກປະຈຳຕົວ 
2. ຂໍ້ມູນລະບຸຕົວຕົນ Digital ລວມເຖິງລະຫັດຜ່ານ


ເນື້ອ​ຫາ​ທີ່​ເອື້ອ​ຕໍ່​ການ​ລັກ​ຂໍ້​ມູນ​ສ່ວນຕົວ ໂດຍ​ການ​ເປີດ​ເຜີຍ​ຂໍ້​ມູນ​ທາງ​ການ​ເງິນ​ສ່ວນ​ບຸກ​ຄົນ ຂອງ​ຕົວ​ເອງ​ ຫລື ​ຜູ້​ອື່ນ
1. ບັນ​ຊີທະ​ນາ​ຄານ ​ ຫລື ​ຂໍ້​ມູນ​ບັດ​​ເຄ​ດິດ
2. ບັນ​ທຶກ​ທາງ​ການ​ເງິນ ແລະ ​ກັບ​ຂໍ້​ມູນ​ບັນ​ຊື່​ຜູ້​ໃຊ້


ເນື້ອຫາທີ່ເອື້ອຕໍ່ການລັກຂໍ້ມູນສ່ວນຕົວ ໂດຍການແຊລ໌ຂໍ້ມູນຕິດຕໍ່ສ່ວນບຸກຄົນຂອງຜູ້ອື່ນນັ້ນ
1. ໝາຍເລກໂທລະສັບ ຫລື ອີເມວສ່ວນຕົວ
2. ອີເມວ Messenger ແລະ ຂໍ້ມູນລະບຸຕົວຕົນແຊັດ
ຂໍ້ມູນຂ້າງຕົ້ນສາມາດແຊລ໌ເພື່ອວັດຖຸປະສົງທາງການກຸສົນ ບໍລິການທີ່ບໍ່ລະເມີດສິດ ຫຼື ຊ່ວຍໃນການຕາມຫາບຸກຄົນ ຫຼື ສັດທີ່ສູນຫາຍໄດ້

ເນື້ອຫາທີ່ສະແດງພາບພາຍນອກຂອງທີ່ຢູ່ອາໄສສ່ວນຕົວ ທີ່ຢູ່ອາໄສເປັນເຮືອນດ່ຽວ ຫລື ມີເລກທີ່ເຮືອນສະແດງຢູ່ໃນພາບ ແລະ ຄຳບັນຍາຍພາບ
1. ລະບຸເມືອງ ຫລື ບ້ານ ໂດຍກ່າວ ຫລື ສະແດງເຖິງຜູ້ພັກອາໄສ
2. ຜູ້ພັກອາໄສຄັດຄ້ານການເປີດເຜີຍທີ່ຢູ່ອາໄສສ່ວນບຸກຄົນ



ຈາກທີ່ກ່າວມາໝາຍຄວາມວ່າທ່ານທີ່ຂາຍຂອງອອນໄລນ໌ສິ່ງທີ່ຫ້າມໂພດສ໌ທັງໝົດຄື ໃບບິນການຈ່າຍເງິນ, ໃບຕິດຕາມພັດສະດຸ ເນື່ອງຈາກຈະມີການບອກລາຍລະອຽດຂໍ້ມູນຂອງລູກຄ້າທີ່ສັ່ງຊື້ຂອງທັງໝົດ ຊຶ່ງຫາກທາງ Facebook ມີການກວດພົບເຫັນ Fan Page Facebook ທີ່ສ້າງໄວ້ອາດຈະຖືກປິດໄດ້.

Credit Linke: ແຫລ່ງທີ່ມາຂອງຂໍ້ມູນ

แสดงความคิดเห็น

0 ความคิดเห็น