BN Trading

Google ວາງແຜນທີ່ຈະຕີຕາໃຫ້ກັບເວັບໄຊຣ໌ທີ່ໂຫລດຊ້າໃນ Chrome Browser


Google ວາງແຜນທີ່ຈະຕີຕາໃຫ້ກັບເວັບໄຊຣ໌ທີ່ໂຫລດຊ້າໃນ Chrome Browser
Google ກຳລັງທົດລອງໃຊ້ການຕີຕາສຳລັບເວັບໄຊຣ໌ທີ່ໂຫລດຊ້າ ໃນອະນາຄົດ Chrome ອາດລະບຸຄວາມໄວຂອງເວັບໄຊຣ໌ໂດຍມີການສະແດງເຄື່ອງໝາຍໄວ ຫລື ຊ້າໃຫ້ເຫັນຢ່າງຊັດເຈນການດຳເນີນການນີ້ອາດມີຫລາຍຮູບແບບ ແລະ ທາງທີມພັດທະນາກຳລັງວາງແຜນທີ່ຈະທົດສອບດ້ວຍຕົວເລືອກທີ່ແຕກຕ່າງກັນເພື່ອກຳນົດວ່າສິ່ງໃດມອບຄຸນຄ່າສູງສຸດແກ່ຜູ້ໃຊ້ງານ ປ້າຍສະຖານະແບບໃໝ່ອາດປາກົດຂຶ້ນທີ່ສ່ວນໃດສ່ວນຫນຶ່ງໃນໜ້າເວັບໂດຍ Google ຈະເບິ່ງຈາກເວລາໃນການຕອບສະໜອງຂອງການໂຫລດໜ້າເວັບ ເວັບທີ່ມີການໂຫລດຊ້າເປັນປະຈຳຈະຖືກຕິດປ້າຍເອົາໄວ້ວ່າເປັນເວັບໂຫລດຊ້າ


Google ກຳລັງທົດລອງໃຊ້ກັບໜ້າຈໍຕອນທີ່ກຳລັງໂຫລດ ເພື່ອເຕືອນຜູ້ໃຊ້ Chrome ດ້ວຍການສະແດງສີໃນແຖບຄວາມຄືບໜ້າຂອງການໂຫລດ ໂດຍຈະປາກົດສີຂຽວຫາກເວັບໄຊຣ໌ນັ້ນມີການໂຫລດໄວ ແລະ ອາດຈະເປັນສີແດງຫາກເວັບໄຊຣ໌ນັ້ນໂຫລດຊ້າ ຕອນນີ້ທີມພັດທະນາຂອງ Chrome ກຳລັງເກັບຂໍ້ມູນ ແລະ ຫາຮູບໃນການສະແດງຜົນທີ່ເໝາະສົມຢູ່
ຍັງບໍ່ມີກຳນົດຊັດເຈນວ່າລະບົບຕີຕາເວັບທີ່ໂຫລດຊ້າແບບໃໝ່ນີ້ຈະຖືກນຳມາໃຊ້ງານເມື່ອໃດ ເພາະ Google ໃຊ້ຄຳວ່າ “ອາດ” ເທົ່ານັ້ນໃນການກ່າວເຖິງເລື່ອງນີ້
Credit Link: ເວັບຂໍ້ມູນອ້າງອີງ


แสดงความคิดเห็น

0 ความคิดเห็น