BN Trading

ເຕືອນໄພ Ransomware ກັບມາອີກແລ້ວ ຮຸນແຮງກວ່າເກົ່າ


ເຕືອນ​ໄພ Ransomware ກັບ​ມາ​ອີກ​ແລ້ວ ​ຮຸນແຮງກວ່າເກົ່າ


Ransomware ກັບມາເຕີບໂຕຢ່າງວ່ອງໄວອີກເທື່ອ ຫລັງຈາກຄວາມຮຸນແຮງລຸດລົງເນື່ອງຈາກຜູ້ຫລິ້ນຂາໃຫຍ່ລ້າງມືຈາກວົງການ ຕອນນີ້ມີການກັບມາແຕ່ເປັນຜູ້ຫລິ້ນໜ້າໃໝ່ລາຍນ້ອຍໆ ເຮັດໃຫ້ການຄວບຄຸມເຮັດໄດ້ຍາກກວ່າເດີມ


Bitdefender ລາຍງານວ່າໄພຄຸກຄາມຂອງ Ransomware ກັບມາຕິດອັນດັບຕົ້ນໆ ຂອງລາຍງານໄພຄຸກຄາມດ້ານໄຊເບີລ໌ທົ່ວໂລກອີກເທື່ອ ຈາກທີ່ເຄີຍລຸດລົງໄປໃນຊ່ວງຕົ້ນປີ 2019 ເພາະກຸ່ມທີ່ຢູ່ເບື້ອງຫລັງຢ່າງ Gand Crab ຍຸດຕິບົດບາດຂອງພວກພວກເຂົາ

ແຕ່ກຸ່ມກຳເນີດໃໝ່ທີ່ໃຊ້ມໍລະດົກຂອງ Gand Crab ມາພັດທະນາຕໍ່ກັບມີຈຳນວນລວງຫລາຍກວ່າເກົ່າ ເຮັດໃຫ້ການຄວບຄຸມເຮັດໄດ້ຍາກກວ່າເກົ່າ ເຮັດໃຫ້ໄພຄຸກຄາມຈາກ Ransomware ກັບມາເພີ່ມສູງຫລາຍຂຶ້ນອີກເທື່ອໃນຊ່ວງປາຍປີ
ການໂຈມຕີມຸ້ງເນັ້ນໄປທີ່ລະບົບປະຕິບັດການ Windows ທັງໝົດ ເຊື່ອວ່າຕ້ອງການມຸ້ງເນັ້ນໄປທີ່ກຸ່ມຜູ້ໃຊ້ຈຳນວນຫລາຍ ເປັນການອອກແບບໄພຄຸກຄາມຂັ້ນສູງທີ່ຊັບຊ້ອນ ເປົ້າໝາຍຄືເຄື່ອງຄອມພິວເຕີຂອງຜູ້ບໍລິຫານລະດັບສູງ


ໄພຄຸກຄາມຊ່ວງປາຍປີ 2019 ທີ່ພົບຫຼາຍທີ່ສຸດ ສ່ວນໃຫຍ່ກ່ຽວຂ້ອງກັບນັກຂຸດຫລຽນບິດຄອຍ Bitcoin ທີ່ໃຊ້ປະໂຫຍດຈາກເວັບໄຊທີ່ມີການຍືມພະລັງການປະມວນຜົນເພື່ອຂຸດ Cryptocurrency ສ່ວນການໂຈມຕີອີກຢ່າງກໍ່ຄື ມີຈຸດປະສົງເພື່ອລັກຄຸກກີ້ Cookie ຜູ້ໃຊ້ຈາກກະເປົ໋າເງີນດິຈິຕໍ Money Digital ທີ່ມັກມີຂໍ້ມູນຮັບຮອງການເຂົ້າສູ່ລະບົບສຳລັບການແລກປ່ຽນສະກຸນເງີນຕ່າງໆ




แสดงความคิดเห็น

0 ความคิดเห็น