BN Trading

Google ປະກາດຈຳກັດໂຄສະນາທາງການເມືອງທົ່ວໂລກ

Google ປະ​ກາດ​ຈຳ​ກັດ​ໂຄສະ​ນາ​ທາງ​ການ​ເມືອງ​ທົ່ວ​ໂລກ

Google ອອກນະໂຍບາຍບໍ່ອະນຸຍາດໃຫ້ພັກການເມືອງ ຜູ້ສະໝັກ ຫລື ທີມຫາສຽງ ຍິງໂຄສະນາແບບເຈາະຈົ່ງກັບທຸກປະເທດທົ່ວໂລກ ເລີ່ມຕົ້ນຈາກອັງກິດ
ຜູ້​ສື່​ຂ່າວ​ລາຍ​ງານ​ວ່າ Google Search Engine ຍັກ​ໃຫຍ່ຕຽມ​ຈຳ​ກັດ​ໂຄສະນາ​ທາງ​ການ​ເມືອງ​ທົ່ວ​ໂລກ ໂດຍ​ຈະ​ເລີ່ມ​ໃນ​ອັງກິດ​ເປັນ​ປະເທດທຳ​ອິດ ບໍລິສັດ Google ເປີດ​ເຜີຍ​ວ່າ Google ​ຈະ​ບໍ່​ອະນຸຍາດ​ໃຫ້​ພັກ​ການ​ເມືອງ ຜູ້​ສະໝັກ ຫລື ​ທີ​ມຫາ​ສຽງ​ທາງ​ການ​ເມືອງ​ຍິງ​ໂຄສະ​ນາ​ແບບ​ເຈາະ​ຈົ່ງ ໂດຍ​ອິງ​ຕາມ​ຂໍ້​ມູນ​ແນວ​ໂນ້ມ​ທາງ​ການ​ເມືອງ​ຂອງ​ຜູ້​ໃຊ້​ງານ​ໄດ້ ຂະນະ​ທີ່​ຜູ້​ຊື້​ໂຄສະ​ນາ​ຍັງ​ຄົງ​ສາມາດ​ກຳນົດ​ກຸ່ມ​ເປົ້າ​ໝາຍ​ໂດຍ​ອິງ​ຂໍ້​ມູນ​ສ່ວນ​ຕົວເຊັ່ນ: ທີ່​ຢູ່, ອາ​ຍຸ ແລະ​ ເພດ ຂອງ​ຜູ້​ໃຊ້​ງານ​ເທິງ​
Platform Google

ຢ່າງໃດກໍ່ຕາມ ນະໂຍບາຍໃໝ່ຂອງ Google ຖືກວິຈານວ່າຍັງບໍ່ເດັດຂາດຫລາຍເທົ່າທີ່ຄວນ ເພາະພຽງແຕ່ຖອດຖອນໂຄສະນາທີ່ໃຫ້ຂໍ້ມູນຜິດ ແລະ ສ້າງຄວາມເຂົ້າໃຈຜິດຢ່າງຊັດເຈນເທົ່ານັ້ນ ທັງນີ້ ນະໂຍບາຍຈຳກັດໂຄສະນາດັ່ງກ່າວຈະເລີ່ມໃຊ້ໃນອັງກິດພາຍໃນອາທິດນີ້ ແລະຈະຕາມດ້ວຍພູມິພາກອື່ນຕໍ່ໄປ

ລາຍງານລະບຸວ່າຈາກຄວາມເຄື່ອນໄຫວຂອງ Google ໃນເລື່ອງນີ້ ສວນທາງກັບໂຊຊຽນມີເດຍຄົນຍັກໃຫຍ່ຢ່າງ Facebook ໂດຍກ່ອນໜ້ານີ້ mark Zuckerberg ລະບຸວ່າ Facebook ຈະບໍ່ກວດສອບຂໍ້ເທັດຈິງຈາກຜູ້ສະໝັກ ຫລື ແຄມເປນຫາສຽງທາງການເມືອງ


ຂະນະທີ່ ທີດເຕີ້ ປະກາດຫ້າມການໂຄສະນາທາງການເມືອງ ໂດຍລະບຸວ່າ ຈະຫ້າມການໂຄສະນາຄອນເທັນທາງການເມືອງທີ່ລະບຸເຖິງຕົວຜູ້ສະໝັກເລືອກຕັ້ງ ພັກການເມືອງ ເຈົ້າໜ້າທີ່ລັດຖະບານທີ່ໄດ້ຮັບການເລືອກຕັ້ງ ຫລື ແຕ່ງຕັ້ງ ການເລືອກຕັ້ງ ການລົງປະຊາມະຕິ ການລົງຄະແນນສຽງ ກົດຫມາຍ ກົດລະບຽບ ຄຳສັ່ງ ຫລື ຜົນການພິຈາລະນາຄະດີ



Credit Link: https://bit.ly/35QNfOP

แสดงความคิดเห็น

0 ความคิดเห็น